ບໍ່ດົນເກີນລໍ 6 ເດືອນສຳເລັດ ໂຮງຮຽນປະຖົມສົມບູນຫຼັງໃໝ່ ບ້ານກຸດແຄນ ເມືອງອາດສະພອນ

203

ໂຮງຮຽນເປັນບ່ອນສອນລູກຫຼານໃຫ້ເປັນຄົນເກັ່ງ ເປັນຄົນສະຫຼາດ ແລະ ເປັນຜູ້ພັດທະນາປະເທດຊາດໃນອະນາຄົດ ສະນັ້ນ, ສະຖານທີ່ສິດສອນ ຫຼື ໂຮງຮຽນເປັນສິ່ງທີ່ສຳຄັນທີ່ຕ້ອງໄດ້ມີການພັດທະນາໃຫ້ມີຄວາມສະດວກທັນສະໄໝ.

ພິທີເຊັນສັນຍາ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ຫຼັງໃໝ່ ບ້ານກຸດແຄນ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ເມສາ 2022, ຢູ່ທີ່ໂຮງຮຽນປະຖົມປະຖົມບ້ານກຸດແຄນໂດຍການເຂົ້າຮ່ວມຂອງທ່ານ ສີອຸດອນ ທອງສຸວັນ ວ່າການຫົວໜ້າພະແນກ ສຶກສາທິການ ແລະກິລາແຂວງ, ທ່ານຖາວອນ ໄຊຍະເຄື່ອງ ກຳມະການພັກເມືອງ ວ່າການຫົວໜ້າຫ້ອງການ ສຶກສາທິການ ແລະກິລາເມືອງ ພ້ອມຄະນະ, ທ່ານ ແຫວນວົງຄຳ ເຕັມສຸລິວັນ ຫົວໜ້າບໍລິສັດເທບທອງຄຳກໍ່ສ້າງ, ພ້ອມອຳນາດການປົກຄອງບ້ານ ຄູ-ອາຈານ ພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ຖາວອນ ໄຊຍະເຄື່ອງ ກຳມະການພັກເມືອງ ວ່າການຫົວໜ້າ ຫ້ອງການ ສຶກສາທິການ ແລະກິລາເມືອງໄດ້ລາຍງານກ່ຽວກັບທີ່ມາ ກ່ອນທີ່ຈະໄດ້ຮັບທຶນສະໜັບສະໜູນຈາກມູນນິທິ ເກື້ອຝັນເດັກ ເພື່ອມາກໍ່ສ້າງໂຮງຮຽນແຫ່ງດັ່ງກ່າວ ແລະທ່ານ ວັນທາ ເພຍວົງສາ ນາຍບານກຸດແຄນໄດ້ລາຍງານກ່ຽວກັບສະພາບລວມຂອງໂຮງຮຽນບ້ານກຸດແຄນ ພ້ອມທັງການມີຄວາມພ້ອມໃນການປະກອບສ່ວນຂອງບ້ານຕາມທ່າແຮງຂອງບ້ານ ເພື່ອສ້າງໂຮງຮຽນດັ່ງກ່າວ

ຈາກນັ້ນ ທ່ານ ລິດທິສອນ ເກດຕະວົງ ວິຊາການກໍ່ສ້າງ ຈາກພະແນກສຶກສາທິການ ແລະ ກິລາແຂວງ ກໍ່ໄດ້ຜ່ານບົດບັນທຶກຂໍ້ຕົກລົງຄວາມຮ່ວມມື ລະຫວ່າງ ໂຮງຮຽນປະຖົມບ້ານກຸດແຄນ ກັບ ມູນນິທິເກື້ອຝັນເດັກ, ຜ່ານບົດສັນຍາຮັບເໝົາກໍ່ສ້າງ ລະຫວ່າງ ມູນນິທິເກື້ອຝັນເດັກ(ເຈົ້າຂອງໂຄງການ) ກັບ ທ່ານ ແຫວນວົງຄຳ ເຕັມສຸລິວັນ(ຜູ້ຮັບເໝົາກໍ່ສ້າງ) ແລະໄດ້ລົງນາມເຊັນບົດບັນທຶກ, ຂໍ້ຕົກລົງຮ່ວມມື ແລະສັນຍາຮັບເໝົາກໍ່ສ້າງໂຮງຮຽນຂຶ້ນຢ່າງເປັນທາງການ.

ສ່ວນໂຮງຮຽນແຫ່ງນີ້ແມ່ນຈະໄດ້ເລີ່ມລົງມືກໍ່ສ້າງນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະຈະ ໃຫ້ສຳເລັດພາຍໃນກຳນົດເວລາ 6ເດືອນ, ເຊິ່ງເປັນອາຄານກໍ່ຊັ້ນດຽວໃນຂະໜາດ ກ້ວາງ 8 ແມັດ, ຍາວ 42ແມັດ, ມີ 6ຫ້ອງຮຽນ, ຫ້ອງນໍ້າ 4ຫ້ອງ, ເຈາະບໍ່ນໍ້າບາດານ 2ບໍ່ ພ້ອມຊຸດໂປມນໍ້າ ມູນຄ່າການກໍ່ສ້າງ 75 ລ້ານກີບ.
ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງອາດສະພອນ