9 ເມສາວັນຄ້າຍວັນເກີດ ທ່ານໜູຮັກ ພູມສະຫວັນ ປະທານປະເທດແຫ່ງສປປ ລາວຄົນທີ4

412

ທ່ານ ໜູຮັກ ພູມສະຫວັນ ຖືເປັນຜູ້ນຳທີ່ມີ “ຄຸນສົມບັດເລີດລໍ້າ ແບບຢ່າງທີ່ແສນດີ ບໍ່ມີໃຜປຸນປານ ເທົ່າທຽມຫາຍາກ ລຳບາກອົດທົນສູ້ ເດັດດ່ຽວທໍລະນົງຜ່ານຜ່າ ຊື່ສັດທ່ຽງຕົງຕໍ່ເວລາບອກໃຫ້ ມີລຸງແທ້ໜຶ່ງດຽວ ຫັ້ນແລ້ວ.” ເປັນວິລະບູລຸດຜູ້ຊື່ສັດຕໍ່ປະເທດຊາດ ແລະ ປະຊາຊົນ ຜູ້ນຳທີ່ມີຄຸນສົມບັດ, ສິນທຳ, ຄຸນນະທຳ ຈະຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈຂອງປວງຊົນລາວທັງຊາດ ແລະ ລູກ ຫຼານ ເຫຼນ ຫຼອນ ທຸກຄົນຕະຫຼອດການ.

ປີນີ້ຄົບຮອບ 108 ປີ ສຳລັບວັນຄ້າຍວັນເກີດ ຂອງທ່ານ ໜູຮັກ ພູມສະຫວັນ 9 ເມສາ 1914-9 ເມສາ 2022 ທ່ານເກີດທີ່ ບ້ານ ພາລຸກາ ເມືອງມຸກດາຫານ ແຂວງມຸກດາຫານ ເປັນບຸດຂອງທ້າວ ທອງພັກ ແລະ ນາງ ບັນທູນ ໄດ້ສ້າງຄອບຄົວກັບນາງ ຈັນທົມ ໃນປີ 1933 ມີລູກຮ່ວມກັນ 4 ຄົນ ຕໍ່ມາ ໃນປີ 1944 ໄດ້ສ້າງຄອບຄົວກັບນາງ ບຸນມາ ພູມສະຫວັດ ມີລູກລ້ຽງ 5 ຄົນ ໂດຍໃສ່ ນາມສະກຸນ ພູມສະຫວັນທັງໝົດ.

ມື້ນີ້ເປັນວັນຄ້າຍວັນເກີດຂຶ້ນເພິ່ນ ທີມຂ່າວພວກເຮົາພາມາລະນຶກຜົນງານ ແລະຄຸນງາມຄວາມດີຂອງເພິ່ນ ການເຄື່ອນໄຫວປະຕິວັດຂອງ ທ່ານ ໜູຮັກ ພູມສະຫວັນ ໃນແຕ່ລະໄລຍະ ມີດັ່ງນີ້: ປີ 1945 ທ່ານເປັນໜຶ່ງໃນບັນດາຜູ້ກໍ່ຕັ້ງຂະບວນການປະຕິວັດຂອງປະເທດເຮົາ, ປີ 1949 ໄດ້ຮັບແຕ່ງຕັ້ງເປັນປະທານຄະນະ ກໍາມະການລາວຕໍ່ຕ້ານປະຈໍາພາກຕາເວັນອອກ, ທັງຮັບຜິດ ຊອບກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດເພື່ອຈັດຕັ້ງລັດຖະບານລາວ ຕໍ່ຕ້ານ, ປີ 1950 ໄດ້ຮັບການແຕ່ງຕັ້ງຈາກຝ່າຍແນວລາວຮັກຊາດເຂົ້າເຈລະຈາ ທີ່ວຽງຈັນ.

ປີ 1955 ກອງປະຊຸມໃຫຍ່ ຄັ້ງທີ 1 ເຊິ່ງເປັນ ກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນລາວ (ໃນ ປັດຈຸບັນແມ່ນພັກປະຊາຊົນປະຕິວັດລາວ)ທ່ານໄດ້ເລືອກຕັ້ງເປັນກໍາມະການສູນກາງພັກ, ປີ 1958 ເປັນສະມາຊິກສະພາຜູ້ແທນລາດສະດອນ ໃນສະໄຫມລວມລາວ ຄັ້ງທີ 1; ທັງ ເປັນເລຂາພັກ ພາກ ສ່ວນສູນກາງຢູ່ວຽງຈັນ, ປີ 1960-1962 ເປັນກໍາມະການເຈລະຈາ ເພື່ອຈັດຕັ້ງລັດຖະບານປະສົມ ຄັ້ງທີ 2, ທັງເປັນ ເລຂາພັກ ພາກສ່ວນສູນກາງ ຢູ່ຄັງໄຂ ແຂວງ ຊຽງຂວາງ; ເປັນຜູ້ຊີ້ນໍາພາກສ່ວນເຂົ້າຮ່ວມໃນລັດຖະບານປະສົມ, ປີ 1966 ເປັນຜູ້ປະຈໍາການຂອງຄະນະປະຈໍາສູນກາງພັກ ຮັບຜິດຊອບວຽກງານຈັດຕັ້ງ ແລະ ວຽກງານເສດຖະກິດການເງິນ. ເດືອນກຸມພາ ປີ 1972 ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບຊີ້ນໍາວຽກງານເສດຖະກິດ.

ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ຖືກເລືອກເປັນຮອງ ນາຍົກລັດຖະມົນຕີ; ທັງເປັນລັດຖະມົນຕີວ່າ ການກະຊວງການເງິນຂອງລັດຖະບານ ແຫ່ງ ສປປ ລາວ.ເດືອນເມສາ ປີ 1982 ແລະ ເດືອນພະຈິກ ປີ 1986 ທ່ານໄດ້ຮັບການແຕ່ງຕັ້ງເປັນຮອງ ປະທານສະພາລັດ ຖະມົນຕີ ຜູ້ທີ 1; ທັງເປັນຜູ້ ປະຈໍາການສະພາລັດຖະມົນຕີ ຊີ້ນໍາກຸ່ມ ເສດຖະກິດ. ປີ 1989 ໄດ້ຮັບການເລືອກຕັ້ງເປັນຜູ້ແທນ ສະພາປະຊາຊົນສູງສຸດ ແລະ ໄດ້ຮັບການເລືອກ ຕັ້ງປະທານສະ ພາປະຊາຊົນສູງສຸດ ຊຸດທີ 2; ທັງເປັນປະທານຄະນະກໍາມະການຮ່າງລັດຖະທໍາມະນູນ.

ວັນທີ 25 ພະຈິກ 1992 ທ່ານໄດ້ຮັບການ ເລືອກຕັ້ງໂດຍກອງປະຊຸມສະໄຫມວິສາມັນຂອງ ສະພາປະຊາຊົນສູງສຸດ ຊຸດທີ 2 ໃຫ້ເປັນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງວັນທີ 24 ກຸມພາ 1998. ທ່ານ ໜູຮັກ ພູມສະຫວັນ ໄດ້ຮັບການເລືອກຕັ້ງ ເປັນກໍາມະການສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ 1, 2, 3, 4 ແລະ 5 ຂອງພັກ ໃນປີ 1955, ປີ 1972, ປີ 1982, ປີ 1986 ແລະ ປີ 1991 ເພິ່ນໄດ້ຮັບການ ເລືອກຕັ້ງ ເປັນກໍາມະການກົມການເມືອງສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 6 ແລະ ຄັ້ງທີ 7 ຂອງ ພັກ ໃນປີ 1996 ແລະ ປີ 2001.

ຕະຫຼອດໄລຍະທີ່ທ່ານ ໜູຮັກ ພູມສະຫວັນ ລົ້ມປ່ວຍນັ້ນ ການຈັດຕັ້ງພັກລັດໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການປິ່ນປົວເພິ່ນ ໂດຍໄດ້ເຕົ້າໂຮມຄະນະແພດຫມໍຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດເພິ່ນໄວ້ໄດ້. ເມື່ອເວລາ 23:00 ໂມງ ຂອງວັນທີ 9 ກັນຍາ 2008 ເພິ່ນໄດ້ຈາກພວກເຮົາໄປໂດຍບໍ່ມີວັນກັບຄືນມາອີກ ແລ້ວພວກເຮົາສຸດແສນເສຍດາຍ ແລະ ອາໄລອາວອນ ທີ່ໄດ້ສູນເສຍຜູ້ນຳທີ່ດີເດັ່ນຮຸ່ນກໍ່ຕັ້ງຂະບວນກູ້ຊາດ ແລະ ພັກປະຊາຕິປະໄຕຂອງພວກເຮົາ.