ລົດໄຟລາວ-ຈີນ ກຽມເພີ່ມຂະບວນສຳລັບບໍລິການປະຊາຊົນໄລຍະໃໝ່ລາວ

541

ປີໃໝ່ນີ້ໃຜທີ່ມີເປົ້າໝາຍໃຊ້ລົດໄຟ ສຳລັບເດີນທາງກັບສູ່ຄອບຄົວພູມລຳເນົາ ບໍ່ຕ້ອງຫ່ວງເລື່ອງຈາກຕົກລົດ ເພາະທາງບໍລິສັດລົດໄຟລາວ-ຈີນ ຈະເພີ່ມຖ້ຽວບໍລິການສັງຄົມເພີ່ມອີກ 1 ຄູ່ ເພື່ອໃຫ້ແທດເໝາະກັບສະພາບຄວາມຕ້ອງການຕົວຈີງ.

ບໍລິສັດລົດໄຟລາວ-ຈີນ ໄດ້ອອກແຈ້ງການເຖິງຜູ້ໂດຍສານ ໂດຍມີຈຄວາມວ່າ: ເພື່ອໃຫ້ຜູ້ໂດຍສານມີລົດໄຟໃຊ້ພຽງພໍໃນຊ່ວງເທດສະການປີໃຫມ່ລາວທີ່ຈະມາເຖິງນີ້, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງໄດ້ເພີ່ມຖ້ຽວລົດໄຟອີກຂະບວນໜຶ່ງ ເຊິ່ງກໍຄືລົດໄຟ EMU ຂະບວນທີ 3 ທີ່ກໍາລັງເດີນທາງມານະຄອນຫຼວງວຽງຈັນ, ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງ ລາຍລະອຽດມີຄືດັ່ງນີ້ :

ເພີ່ມຂະບວນລົດໄຟໄປ-ກັບ ຖ້ຽວ C86/5 1 ຄູ່ ລະຫວ່າງສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີເມືອງໄຊ ໃນລະຫວ່າງວັນທີ 12 ຫາວັນທີ 17 ເມສາ. ລົດໄຟຖ້ຽວ C86/5ດຳເນີນການຂົນສົ່ງຜູ້ໂດຍສານຢູ່ 5 ສະຖານີຄື: ສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະ ສະຖານີເມືອງໄຊ.

ຈາກ: ລົດໄຟລາວ-ຈີນ Laos-China Railway