ທ້າຍອາທິດ ໜີທ່ຽວໃສດີ ຫຼື ພາຮ່າງກາຍໄປພັກຜ່ອນວັງວຽງເມືອງແຫ່ງມົນສະເໜ

119

ບໍ່ວ່າລະດູການໃດ ກະແສ ຫຼື ຄວາມນິຍົມຂອງນັກທ່ຽວທ່ຽວ ເມືອງວັງວຽງແມ່ນເປັນເມືອງທີ່ໜ້າຫຼົງໄຫຼ ໄປແລ້ວກໍ່ຕ້ອງໄປອີກ ຍິ່ງປັດຈຸບັນຫຼາຍສະຖານທີ່ໄດ້ມີການປັບປຸງ ຂຶ້ນໃໝ່ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງສັງຄົມເມື່ອເດີນທາງໄປຮອດໄປເຖິງຍິ່ງເພີ່ມຄວາມໜ້າຢູ່ໜ້າສຳຜັດຫຼາຍຂຶ້ນ.

ມື້ນີ້ຈະຂໍນຳສະເໜີ ອີກໜຶ່ງສະຖານທີ່ພັກຜ່ອນສຸດຊິວ ວິວງາມສົມຄຳລໍາລືນັ້ນຄື ຈຳປາທອງ ກາເດັ້ນ ຣີສອດ ຖ້າໃຜໄດ້ໄປວັງວຽງ ຂໍແນະນຳໄປພັກເລີຍ ວ່າບໍ່ຜີດຫວັງແນ່ນອນ ການທີ່ເຮົາໄດ້ອອກໄປທ່ຽວສະຖານທີ່ໃດໜຶ່ງແລ້ວ ເຮົາຕ້ອງທ່ຽວໃຫ້ສຸດ ພັກຜ່ອນໃຫ້ຄຸ້ມຄ່າ ແລະ ຣີສອດຈຳປາທອງ ເປັນສະຖານທີໜຶ່ງ ທີ່ຈະສ້າງຄວາມປະທັບໃຈທີ່ສຸດອີກແຫ່ງ1 ຂອງທ່ານ ທີ່ວັງວຽງ ມີທີ່ຕັ້ງຕິດແຄມແມ່ນ້ຳ ແລະ ອ້ອມຮອບດ້ວຍທິວທັດສຸດງາມ ມີພູເຂົາຄົດໂຄ້ງ ໜ້າສະອອນໃຈ ແລະ ແນ່ນອນ ບໍລິການດີ ອາຫານແຊບ ລາຄາທຸກຄົນສາມາດຈັບຕ້ອງໄດ້.

ສຳລັບຊ່ວງນີ້ລາຄາເລີ່ມຕົ້ນຫ້ອງທຳມະດາທີ່ 350.000 ກີບ ລວມ ອາຫານເຊົ້າ ເຊັກລາຄາກ່ອນຈອງ ຫ້ອງມີຫລາຍລາຄາ ອາດມີການປ່ຽນແປງຕາມເທດສະການ ຣີສອດລະດັບນີ້ລາຄາສ່ຳນີ້ຖືວ່າຫາຍາກ ວິວຄືງາມແຮງ ຖ່າຍຮູບອອກມາຄິດວ່າວິວຢູ່ຕ່າງປະເທດ.

ຣີສອດຈຳປາທອງ ຕັ້ງຢູ່ເມືອງວັງວຽງ ຫ່າງຈາກຕົວເມືອງ ຂີ່ລົດອອກໄປທາງຖ້ຳລົມ ປະມານ 5 ນາທີ ຕາມເສັ້ນທາງຈະມີປ້າຍບອກທາງຈົນຮອດຣີສອດ ສະດວກສະບາຍ. ເຊິ່ງນີ້ເປັນພຽງສ່ວນໜຶ່ງຂອງສະຖານທີ່ທ່ອງທ່ຽວໃນເມືອງວັງວຽງ ແຕ່ຫຼາຍຄົນກໍ່ຄືຈະຮູ້ກັນດີວ່າ ວັງວຽງແຫ່ງນີ້ເປັນຈຸດສູນລວມແຫ່ງການທ່ອງທ່ຽວຂອງລາວເລີຍກໍ່ວ່າໄດ້ ໄປແລ້ວກໍ່ປະທັບໃຈ ໄດ້ຄວາມມ່ວນ, ຄວາມຮູ້ ແຖມປະສົບການອີກດ້ວຍ.