ລາວລີກ 1 ອາທິດນີ້ແຂ່ງຂັນກັນ 3 ຄູ່ 3 ສະໜາມ ມາສເຕີ 7 ພົບ ເອສະຣາ ລຸ້ນຂຶ້ນທີ 2

120

ການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2022 ອາທິດນີ້ເປັນການແຂ່ງຂັນອາທິດທີ 4 ລະຫວ່າງວັນທີ 9-10 ເມສາ 2022 ເຊິ່ງມີການແຂ່ງຂັນ 3 ຄູ່ຢູ່ 3 ສະໜາມ ພາຍໃນ 1 ນະຄອນຫຼວງ ແລະ 2 ແຂວງ ເຊິ່ງຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ມາສເຕີ 7 ເອັຟຊີ ພົບກັບ ເອສະຣາ ເອັຟຊີ ທີມໃດຊະນະຈະໄດ້ຢູ່ອັນດັບ 2 ທັນທີ.

ຝ່າຍຈັດການແຂ່ງຂັນ ເປບຊີ ລາວລີກ 1 ປະກາດຕາຕະລາງແຂ່ງຂັນອາທິດທີ 4 ມີດັ່ງຮູບລຸ່ມນີ້:

ສໍາລັບ ຕາຕະລາງຄະແນນລວມປັດຈຸບັນ ທີມນໍາ ຊ້າງນ້ອຍ ເອັຟຊີ ມີ 9 ຄະແນນຈາກ 3 ນັດ, ອັນດັບ 2 ມາສເຕີ 7 ເອັຟຊີ ມີ 6 ຄະແນນຈາກ 3 ນັດ, ອັນດັບ 3 ເອສະຣາ ເອັຟຊີ ມີ 4 ຄະແນນຈາກ 3 ນັດ, ອັນດັບ 4 ຫຼວງພະບາງ ມີ 3 ຄະແນນຈາກ 2 ນັດ, ອັນດັບ 5 ກອງທັບ ເອັຟຊີ ມີ 3 ຄະແນນຈາກ 2 ນັດ, ອັນດັບ 6 ວຽງຈັນ ເອັຟຊີ ມີ 1 ຄະແນນຈາກ 3 ນັດ ແລະ ອັນດັບ 7 ຈໍາປາສັກ ເອັຟຊີ ຍັງບໍ່ມີຈັກຄະແນນຈາກ 2 ນັດ.