ຫຼາຍພາກສ່ວນ ຊຸກຍູ້ເຄື່ອງນຸ່ງໃຫ້ທັບນັກກີລາມວຍປໍ້າລາວ ກຽມທວງຫຼຽນຄຳ ຊີເກມ ທີ່ ສສ ຫວຽດນາມ

29

ບັນດາບໍລິສັດ ແລະ ນິຕິບຸກຄົນໃຫ້ການສະໜັບສະໜູນເຄື່ອງນຸ່ງກີລາ ຈຳນວນຫຼາຍລາຍການ ລວມມູນຄ່າ 7 ລ້ານກວ່າກີບ ຊຸກຍູ້ທັບນັກກີລາມວຍປໍ້າທີມຊາດລາວກຽມຄວາມພ້ອມເຂົ້າຮ່ວມທວງຫຼຽນຄຳ ງານມະຫະກຳກີລາຊີເກມ ຄັ້ງທີ 31 ທີ່ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນເດືອນພຶດສະພານີ້.

ພິທີມອບ-ຮັບເຄື່ອງນຸ່ງກີລາ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 6 ເມສາ ຜ່ານມາ ທີ່ສະໂມສອນກີລາກອງທັບ (ຫຼັກ 5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຕາງໜ້າຄອບຄົວ ດີເອັກ ເຟມມິລີ ຄິງດອມ ອິນເຕີເນັດ ກ່າວມອບຂອງ ທ່ານ ທະວີສັກ ສີລິມົງຄຸນ ແລະ ທ່ານ ສຸກສະຫວັນ ຂຸນໄຊຊະນະວົງ ຕາງໜ້າບໍລິສັດ ວຽງຈັນ ຈຳໜ່າຍສິນຄ້າ ຫຼື ວີດີເອັດ, ຕາງໜ້າກ່າວຮັບໂດຍທ່ານ ມະໂນລົດ ພິນິດ ເລຂາທິການສະຫະພັນມວຍປໍ້າແຫ່ງຊາດລາວ ມີທ່ານ ມະໂນລົມ ພິນິດ ຮອງເລຂາທິການສະຫະພັນມວຍປໍ້າແຫ່ງຊາດລາວ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເຄື່ອງກີລາທີ່ທັບນັກກີລາມວຍປໍ້າທີມຊາດລາວ ຊຸດເຂົ້າຮ່ວມ ງານກີລາຊີເກມ ທີ່ ສສ ຫວຽດນາມ ໃນຄັ້ງນີ້ ທາງຄອບຄົວ ດີເອັກ ເຟມມິລີ ຄິງດອມ ອິນເຕີເນັດ ໄດ້ມອບຊຸດວອມ ຈຳນວນ 12 ຊຸດ ລວມມູນຄ່າ ເກືອບ 4 ລ້ານກີບ, ບໍລິສັດ ວຽງຈັນ ຈຳໜ່າຍສິນຄ້າ ມອບເສື້ອໂປໂລສອງສີ ຈຳນວນ 24 ຊຸດ ສີແດງ ແລະ ສີຂາວ ສີລະ 12 ຊຸດ ລວມມູນຄ່າເກືອບ 3 ລ້ານກີບ ແລະ ຄອບຄົວທ່ານ ແສງເພັດ ວົງໄຊຍະລາດ ຊຸກຍູ້ເຄື່ອງກີລາ 15 ຊຸດ ແລະ ໂສ້ງ 2 ຜືນ ລວມມູນຄ່າ 1 ລ້ານກວ່າກີບ.

ສະຫະພັນມວຍປໍ້າແຫ່ງຊາດລາວ ໄດ້ສົ່ງນັກກີລາ 8 ຄົນ ໃນນັ້ນເປັນຍິງ 1 ຄົນ ກຽມເຂົ້າຮ່ວມຊີງໄຊໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນເດືອນພຶດສະພາ 2022 ໂດຍ 8 ນັກກີລາປະກອບມີ: ປະເພດເຄຣັກໂກໂລມັນມີ ຄຳຫຼ້າ ສາມະວົງ ຮຸ່ນນໍ້າໜັກ 60 ກິໂລກຼາມ, ຄອນແກ້ວ ທັດທະວົງ ຮຸ່ນນໍ້າໜັກ 77 ກິໂລກຼາມ ແລະ ໄຊສົມບູນ ເພັດສຸພັນ ຮຸ່ນນໍ້າໜັກ 130 ກິໂລກຼາມ.

ສ່ວນປະເພດຟຣີສະຕ໋າຍ ກໍມີ ບຸນທຽມ ຄຳມາລາສາ ຮຸ່ນນໍ້າໜັກ 57 ກິໂລກຼາມ, ວັນສະຫຼອງ ເພຍເທບ ຮຸ່ນນໍ້າໜັກ 65 ກິໂລກຼາມ, ພອນຄຳ ແສງບໍລິບູນ ຮຸ່ນນໍ້າໜັກ 74 ກິໂລກຼາມ, ພອນໄຊ ພະຈັນໄຊ ຮຸ່ນນໍ້າໜັກ 125 ກິໂລກຼາມ ແລະ ນາງ ໂອໃດ ລາດຊົມພູ ຮຸ່ນນໍ້າໜັກ 76 ກິໂລກຼາມ.
ຂ່າວ-ພາບ: ສົງການ ພັນແພງດີ; ຮຽບຮຽງ: ຫຼ້າ MKP