ທີມຊາດລາວ ໄດ້ຮັບເງິນສະໜັບສະໜູນຈາກ ມາດາມ ໂບລ ເພີ່ມອີກ 49 ລ້ານກີບຮຽບຮ້ອຍ

60

ທີມຊາດລາວ ຊຸດໃຫຍ່ ໄດ້ຮັບເງິນຈາກ ທ່ານ ນາງ ພິຈິກາ ບຸນກວ້າງ ( ມາດາມ ໂບລ ) ຮອງປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ຈໍານວນ 49 ລ້ານກີບໄປເປັນທີ່ຮຽບຮ້ອຍ ຈາກການສ້າງຜົນງານຢ່າງໂດດເດັ່ນເອົາຊະນະ ທີມຊາດມົງໂກລີ ແລະ ບຣູໄນ ໃນນັດອຸ່ນເຄື່ອງຕາມປະຕິທິນຂອງ ຟີຟາ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເມື່ອເດືອນມີນາ 2022.

ຫຼ້າສຸດຄໍ່າຄືນຂອງວັນທີ 5 ເມສາ 2022 ມາດາມ ໂບລ ໄດ້ໂອນເງິນຈໍານວນ 49 ລ້ານກີບໃຫ້ກັບ ບຸນພະຈັນ ບຸນກອງ ຫົວໜ້າທີມຊາດລາວ ຢ່າງເປັນທາງການ ເຊິ່ງຈໍານວນດັ່ງກ່າວແບ່ງເປັນ 40 ລ້ານຈາກການຊະນະ ມົງໂກລີ 1-0 ແລະ ຊະນະ ບຣູໄນ 3-2, ສ່ວນ ອີກ 9 ລ້ານ ແມ່ນທີມຊາດລາວ ຍິງໄດ້ 3 ປະຕູນັດຊະນະ ບຣູໄນ ກໍຄືປະຕູລະ 3 ລ້ານກີບ.

ສໍາລັບ ປີນີ້ ມາດາມ ໂບລ ໄດ້ອັດສີດໃຫ້ກັບທີມຊາດລາວ ໄປແລ້ວ 149 ລ້ານກີບໄປແລ້ວ ຈາກການລະດົມຈາກຫຼາຍບໍລິສັດຕ່າງສົມທົບກັບເງິນສ່ວນຕົວ ໂດຍແບ່ງເປັນ 100 ລ້ານກີບມອບໃຫ້ກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີທີ່ສາມາດຄວ້າອັນດັບ 3 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 23 ປີ ແລະ ທີມຊາດຊຸດໃຫຍ່ ທີ່ຊະນະ ມົງໂກລີ ກັບ ບຣູໄນ ຖືເປັນການກະຕຸ້ນກໍາລັງໃຈໃຫ້ກັບທີມຊາດລາວ ກ່ອນລຸຍຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນເດືອນພຶດສະພາ 2022.