ແສງອາພອນ ສຸລິຍະມາດ Mister Global Laos 2021 ສົ່ງໃຈອວຍພອນບຸນປີໃໝ່ລາວທີ່ຈະມາເຖິງນີ້

151

ເນື່ອງໃນໂອກາດ ການສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2565 ທີ່ຈະມາເຖິງນີ້ ເຊື່ອວ່າຫຼາຍຄົນກໍອາດຈະສະຫຼອງກັນກັບຄອບຄົວ ຫຼື ຜູ້ຄົນທີ່ມາຈາກຕ່າງແຂວງກໍກັບບ້ານ ເພື່ອໄປຢ້ຽມຢາມຍາດພີນ້ອງ, ພໍ່ແມ່ ແລະ ຜູ້ທີ່ຕົນເອງເຄົາລົບຮັກຕ່າງໆ ເພື່ອເປັນການໄປອວຍພອນໃນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ກັນຢ່າງແນ່ນອນ

ເຊິ່ງມື້ນີ້ທີມຂ່າວບັນເທີງ ກໍໄດ້ມີໂອກາດ ສໍາພາດໜຸ່ມຫຼໍ່ເຈົ້າຂອງຕໍາແໜ່ງ Mister Global Laos 2021 ແສງອາພອນ ສຸລິຍະມາດ ຫຼື ເປ້ ເຊິ່ງໜຸ່ມຄົນນີ້ກໍໄດ້ໄປຮ່ວມແຂ່ງຂັນການປະກວດໃນເວທີຊາຍງາມ ທີ່ປະເທດເພື່ອນບ້ານຂອງເຮົາ ໃນເດືອນມີນາທີ່ຜ່ານມານີ້ ແລະ ທີ່ສໍາຄັນກໍເຮັດຜົນງານໄດ້ດີ ຜ່ານເຂົ້າຮອບ 17ຄົນຈາກເວທີໃຫຍ່ Mister Global ມາເປັນທີ່ຮຽບຮ້ອຍແລ້ວ.

ແລະເນື່ອງໂອກາດບຸນປີໃໝ່ລາວປີນີ້ ໜຸ່ມເປ້ກໍຍັງໄດ້ຝາກສານອວຍພອນມາຍັງແຟນໆທຸກຄົນວ່າ: ໃນບຸນປີໃຫໝ່ລາວທີ່ໃກ້ຊິມາຮອດນີ້ ນ້ອງເອງຂໍອວຍພອນໃຫ້ທຸກຄົນ ບໍ່ວ່ຈະເປັນແຟນຄັບ, ຄົນໃນວົງການ ຫຼື ນອກວົງການ ພໍ່ຄ້າ/ແມ່ຄ້າ ພະນັກງານລັດ/ເອກະຊົນ ແລະ ທ່ານການນໍາທຸກຂັ້ນ ໃຫ້ມີສຸຂະພາບແຂງແຮງ ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ ໃຫ້ມີແຕ່ຄວາມສຸກ ອາຍຸໝັ້ນຂວັນຢືນ ປະສົບຜົນສໍາເລັດທາງດ້ານວຽກງານ, ການເງິນ, ທຸລະກິດ ຕ່າງໆ ເຮັດຫຍັງກໍຂໍໃຫ້ຈະເລີນຮຸ່ງເຮືອງ ເງິນຄໍາໄຫຼມາເທມາ

ສໍາລັບຄົນທີ່ຢູ່ຕ່າງແຂວງຈະເດີນທາງກັບບ້ານກໍຂໍໃຫ້ເດີນທາງປອດໄພ ມີສະຕິໃນການຂັບຂີ່ ສຸດທ້າຍນີ້ກະຂໍໃຫ້ທຸກຄົນມີຄວາມສຸກກັບບຸນປີໃໝ່ລາວທີ່ໃກ້ຊິມາຮອດນີ້ ປ້ອງກັນໂຕເອງຈາກໂຄວິດ-19ໃຫ້ດີ ອອກຈາກບ້ານ ໃສ່ໜ້າກາກ ລ້າງມືດ້ວຍນໍ້າຢາຂ້າເຊື້ອຕະຫຼອດເວລາ ແລະ ສໍາລັບໃຜທີ່ຕິດຕາມຜົນງານຂອງເປ້ຢູ່ ກະຂໍໃຫ້ຝາກຕິດຕາມກັນໄປຕະຫຼອດເດີ້ Happy Laos new year.

ໜຸ່ມຄົນນີ້ ປັດຈຸບັນອາຍຸ 24 ປີ ເປັນຄົນນະຄອນຫຼວງວຽງຈັນ, ຈົບການສຶກສາມາຈາກ ສປ ຈີນ ແລະ ມີຄະຕິປະຈຳໃຈແມ່ນ: “ ປະສົບການແມ່ນອາຈານທີ່ດີທີ່ສຸດ ເອົາຄວາມຜິດພາດໃນອະດີດມາເປັນບົດຮຽນ ເພື່ອເຕືອນສະຕິໃນການໃຊ້ຊີວິດໃນປັດຈຸບັນ ແລະ ອະນາຄົດ ເພາະເຊື່ອວ່າຖ້າເຮົາເບິ່ງອະດີດທີ່ຜິດພາດເປັນສິ່ງບໍ່ດີ ມັນກໍຈະເປັນສິ່ງທີ່ຜິດພາດໃນໃຈເຮົາຢູ່ຕະຫຼອດ ແຕ່ຖ້າເຮົາເບິ່ງໃນທາງທີ່ດີມັນກໍຈະເປັນບົດຮຽນອັນລໍ້າຄ່າໃຫ້ກັບຕົວເຮົາ ”.

ຄວາມສາມາດພິເສດແມ່ນ ສາມາດຫຼິ້ນກີຕ້າໄດ້ ແລະ ກໍສາມາດເວົ້າພາສາຈີນໄດ້ ສ່ວນເລື່ອງທີ່ຖະໜັດແມ່ນກ່ຽວກັບການອອກກຳລັງກາຍ ເພາະເປັນຄົນມັກອອກກໍາລັງກາຍ.

ຈຸດເດັ່ນແມ່ນເລື່ອງຂອງຫຸ່ນ, ຮູບຮ່າງ ແລະ ຄວາມມຸ່ງໝັ້ນຕັ້ງໃຈ ສ່ວນກິດຈະກຳຍາມວ່າງແມ່ນມັກໄປນັ່ງກິນກາເຟ ແລະ ອອກກຳລັງກາຍ ສ່ວນຮູບແບບການແຕ່ງຕົວຈະອອກແນວລຽບໆ ສຸພາບໜ້ອຍໜຶ່ງ.

ທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງໜຸ່ມຫຼໍ່ກ້າມແໜ້ນຄົນນີ້ໄດ້ຜ່ານທາງເຟສບຸ໊ກສ່ວນຕົວ Pay Souliyamath.

ຮູບ: Pay Souliyamath.