ບຸນພະຈັນ ກາຍເປັນນັກເຕະຄົນທໍາອິດທີ່ມີສ່ວນຮ່ວມ 5 ປະຕູໃນນັດດຽວຂອງ ລາວລີກ 1

75

ບຸນພະຈັນ ບຸນກອງ ກອງກາງທີມຊາດລາວ ສືບຕໍ່ສ້າງສະຖິຕິເລື້ອຍໆ ຫຼ້າສຸດກາຍເປັນນັກເຕະລາວຄົນທໍາອິດທີ່ມີສ່ວນຮ່ວມໃຫ້ກັບສະໂມສອນໄດ້ 5 ປະຕູໃນນັດດຽວຂອງການແຂ່ງຂັນ ເປບຊີ ລາວລີກ 1 ຫຼັງສາມາດຍິງ 2 ປະຕູ ແລະ ສົ່ງໃຫ້ເພື່ອນຮ່ວມທີມຍິງອີກ 3 ປະຕູ ພາ ຊ້າງນ້ອຍ ເອັຟຊີ ເອົາຊະນະ ເອສະຣາ ເອັຟຊີ 5-0 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ເມື່ອທ້າຍອາທິດ ທີ່ຜ່ານມາ.

ນັບແຕ່ປ່ຽນຊື່ຈາກ ລາວລີກ ແລະ ລາວພຣີເມຍລີກ ມາເປັນການແຂ່ງຂັນ ເປບຊີ ລາວລີກ 1 ກໍຍັງບໍ່ມີນັກເຕະຄົນໃດທີ່ສາມາດມີສ່ວນຮ່ວມຊ່ວຍທີມໄດ້ເຖິງ 5 ປະຕູພາຍໃນນັດດຽວ ຫຼ້າສຸດເມື່ອວັນທີ 2 ເມສາ 2022 ບຸນພະຈັນ ບຸນກອງ ກາຍເປັນນັກເຕະຄົນທໍາອິດທີ່ເຮັດໄດ້ ຫຼັງຊ່ວຍໃຫ້ກັບ ຊ້າງນ້ອຍ ເອັຟຊີ ເອົາຊະນະ ເອສະຣາ ເອັຟຊີ ໄປຂາດລອຍ 5-0.

ນັດດັ່ງກ່າວ ເອສະຣາ ເອັຟຊີ ຕ້ອງພົບກັບງານໜັກ ເມື່ອນັກເຕະຕົວຫຼັກຕິດໂຄວິດ-19 ເຖິງ 7 ຄົນ ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ໄດ້ປຽບຢ່າງໜັກ ແລະ ຫຼິ້ນງ່າຍຂຶ້ນກ່ອນໄດ້ 5 ປະຕູລວດ ເຊິ່ງ 5 ປະຕູດັ່ງກ່າວກໍເລີ່ມຈາກມາ ບຸນພະຈັນ ບຸນກອງ ທີ່ເປັນຕົວສໍາຄັນໃນການສ້າງເກມໃຫ້ກັບທີມຈົນໄດ້ປະຕູເບິ່ງໃນວີດີໂອລຸ່ມນີ້:

ຂ່າວ: ຫຼ້າ MKP; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ