ເຄີຍໄປແລ້ວບໍ່! ຫໍວາງສະແດງຜະລິດຕະພັນເມືອງສິງ ແຂວງ ຫຼວງນ້ຳທາ

510

ຖ້າເວົ້າເຖິງ ແຫຼ່ງທ່ອງທ່ຽວຂອງແຂວງ ຫຼວງນ້ຳທາແລ້ວ ສະຖານທີ່ໜຶ່ງທີ່ທ່ານຄວນໄປກໍ່ຄື ເຮືອນເກົ່າຂອງພະຍາຊຽງກອງ ຫຼື ຫໍວາງສະແດງຜະລິດຕະພັນເມືອງສິງ ເຊິ່ງເປັນສະຖານທີ່ທີ່ມີຄວາມເປັນມາແຕ່ຍາວນານ ຖືກກ່າວຂານເປັນຫຼາຍສິບປີ ແລະ ຈົນກາຍມາເປັນຫໍວາງສະແດງຜະລິດຕະພັນເມືອງໃນທຸກວັນນີ້.

ເຮືອນເກົ່າຂອງພະຍາຊຽງກອງ ຫຼື ຫໍວາງສະແດງຜະລິດຕະພັນເມືອງສິງ ຕັ້ງຢູ່ບ້ານຊຽງໄຈ, ໃຈກາງເທດສະບານຂອງເມືອງສິງ, ແຂວງຫລວງນ້ໍາທາ, ຕາມ ການບອກເລົ່າສືບຕໍ່ກັນມາ ຂອງຜູ້ເຖົ້າຜູ້ແກ່ໃນເມືອງສິງໃຫ້ຮູ້ວ່າ: ສະຖານ ທີ່ນີ້ ໄດ້ຖືກສ້າງຕັ້ງຂຶ້ນ ປີ 1934. ໃນເມື່ອກ່ອນເປັນເຮືອນທີ່ຢູ່ອາໄສຂອງ ພະຍາຊຽງກອງ ຜູ້ທີ່ເຈົ້າຊິວິດຫລວງພະບາງ ແຕ່ງຕັ້ງໃຫ້ປົກຄອງດູແລເຂດເມືອງ ສີງ, ໃນຕົ້ນສະຕະວັດທີ 20 ເຊິ່ງເປັນຜູ້ທີ່ຮັ່ງມີ ທາງດ້ານຊັບສົມບັດໃນທ້ອງຖິ່ນ ເວລານັ້ນ, ເປັນພະຍາເຈົ້າເມືອງທີ່ ປະຊາຊົນໃຫ້ຄວາມຊັດທາ ແລະ ເຫລື້ອມໃສ ມາຕະຫລອດ ເປັນເວລາຫລາຍປີ, ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ.

ເຮືອນດັ່ງກ່າວ ໄດ້ຖືກປະຮ້າງໄວ້ໄລຍະຫນຶ່ງ, ຕໍ່ມາປີ 1990 ອົງການປົກຄອງ ທ້ອງຖິ່ນ ໄດ້ປັບປຸງ ແລະ ເຮັດເປັນເຮືອນພັກສໍາລັບພະນັກງານລັດທີ່ເດີນທາງມາເຮັດວຽກທີ່ເມືອງສິງ, ຕົກມາປະມານປີ 2007, ທາງອົງການປົກຄອງເມືອງສິງ ໄດ້ມອບເຮືອນດັ່ງກ່າວ ໃຫ້ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ບູລະນະ ປັບປຸງເຮືອນ ດັ່ງກ່າວ ເພື່ອເຮັດເປັນສູນວາງສະແດງວັດທະນະທໍາຂອງເມືອງສິງ.

ປະຈຸບັນ ສູນດັ່ງກ່າວ ເປັນບ່ອນເກັບຮັກສາອຸປະກອນຮັບໃຊ້ ແລະ ລາຊາ ສົມບັດປະເພດຕ່າງໆ ທີ່ເປັນຊັບສົມບັດຊາວເມືອງສິງ ພ້ອມກັນອານຸລັກມາຕັ້ງ ແຕ່ສັກຕະວັດທີ 19-20 ໄດ້ວາງສະແດງບັນດາມູນເຊື້ອ ກ່ຽວກັບວັດທະນະທໍາ ຂອງບັນດາເຜົ່າ, ວັດຖຸບູຮານ ແລະ ຂໍ້ມູນອື່ນໆ. ຫໍວາງສະແດງເມືອງສິງນີ້ ເປັນຈຸດທີ່ທ່ານຈະໄດ້ສຳຜັດເຖິງຄວາມຮັ່ງມີ, ທາງດ້ານວັດທະນະທໍາ ແລະ ປະຫວັດສາດເມືອງສີງ, ນັກທ່ອງທ່ຽວ, ສາມາດເຂົ້າໄປທ່ຽວຊົມໄດ້ ຕາມເວລາ ທາງລັດຖະການ.

ຂໍ້ມູນຈາກ: Lao Youth Radio FM 90.0 Mhz