ທີມຊາດລາວ ຮ່ວມກຸ່ມ B ຮ່ວມກັບ ໄທ ບານເຕະຊີເກມ 2022 ທີ່ຫວຽດນາມ

161

ຄະນະບໍລິຫານຈັດງານກິລາ ຊີເກມ ຄັ້ງທີ 31 ຂອງ ສສ ຫວຽດນາມ ໄດ້ຈັດພິທີຈັບສະຫລາກ ການແຂ່ງຂັນບານເຕະຊາຍ – ຍິງ ແລະ ການແຂ່ງຂັນຟຸດຊໍ ຊາຍ ໃນຕອນເຊົ້າຂອງມຶ້ື້ີ້ນີ້ວັນທີ 6 ເມສາ 2022 ປາກົດວ່າ:

– ການແຂ່ງຂັນບານເຕະຍິງ ມີ 8 ປະເທດເຂົ້າຮ່ວມຄື:
ກຸ່ມເອ : ຫວຽດນາມ, ຟີລິບປິນ, ກຳປູເຈຍ ແລະ ອິນໂດເນເຊຍ.
ກຸ່ມບີ : ໄທ, ມຽນມາ, ລາວ ແລະ ສິງກະໂປ

– ການແຂ່ງຂັນບານເຕະຊາຍ ມີ 10 ປະເທດ ເຂົ້າຮ່ວມຄື:
ກຸ່ມ ເອ: ຫວຽດນາມ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍ ເລສເຕ.
ກຸ່ມ ບີ: ໄທ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ລາວ