ເຊັນສັນຍາທົດລອງ ລະບົບການບໍລິການປະກັນໄພໂຄວິດ-19 ສຳລັບຄົນຕ່າງປະເທດທີ່ຈະເຂົ້າລາວ

217

ກະຊວງປ້ອງກັນຄວາມສະຫງົບ ຕາງໜ້າໂດຍກົມໃຫຍ່ພະລາທິການ ເຊັນສັນຍາຮ່ວມມືກັບ ບໍລິສັດ ທະວີຊັບ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ໃນວັນທີ 4 ເມສາ 2022 ຢູ່ນະຄອນຫລວງວຽງຈັນ ເພື່ອພັດທະນາລະບົບ ການບໍລິການປະກັນໄພ ໂຄວິດ-19 ທົດລອງ ສໍາລັບຄົນຕ່າງປະເທດທີ່ຈະເຂົ້າມາ ສປປ ລາວ.

ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພົນຈັດຕະວາ ທອງສຸກ ຍ່າເອີລາວລີ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ແລະ ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດທະວີຊັບ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ໂດຍທ່ານ ພົນເອກ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດທະວີຊັບ ກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ເປັນບໍລິສັດຂອງຄົນລາວ, ສຳນັກ ງານຕັ້ງຢູ່ບ້ານພັດທະນາຄັນເກິງ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮ່ວມມືກັບກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ລົງທຶນໃຫ້ການບໍລິການປະກັນໄພ ໂຄວິດ-19 ທົດລອງສຳລັບຄົນຕ່າງປະເທດທີ່ຈະເຂົ້າມາ ສປປ ລາວ, ພ້ອມທັງພັດທະນາແອັບພິເຄຊັນຕ່າງໆ ດ້ວຍການລົງທຶນຂອງບໍລິສັດ 100% ໂດຍໄລຍະເວລາຮ່ວມພັດທະນາ 15 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຜົນປະໂຫຍດທີ່ຈະໄດ້ຮັບຈາກໂຄງການນີ້ແມ່ນ ຕໍາຫລວດໄດ້ຕິດຕາມຄົນຕ່າງປະເທດທີ່ເຂົ້າມາໃນ ສປປ ລາວ ເຊິ່ງເປັນວຽກງານສະເພາະຂອງ ປກສ ໂດຍກົງ ແລະ ຍັງສາມາດແຈ້ງເຫດສຸກເສີນໄດ້ໂດຍຜ່ານແອັບພິເຄຊັນທີ່ບໍລິສັດ ແລະ ປກສ ຈະສ້າງຮ່ວມກັນ.

ຂ່າວ: ຈັກກີ