ເພື່ອຜູ້ຊົມໃຊ້ ເມືອງເມີງທຳລາຍສິນຄ້າໝົດອາຍຸ ແລະສິນຄ້າປອມແປງລິຂະສິດ

96

ການຈັດຈຳໜ່າຍສິນຄ້າ ຂອງຫົວໜ່ວຍທຸລະກິດຕ່າງໆນັ້ນ ແມ່ນເພື່ອຜົນກຳໄລທາງທຸລະກິດ ແຕ່ໃນນັ້ນກໍ່ຕ້ອງໃຫ້ຄວາມສຳຄັນກັບມາດຕະຖານ, ສິນຄ້າຕ້ອງມີຄຸນນະພາບ ທັງຮັບປະກັນຄວາມປອດໄພ ຂອງຜູ້ບໍລີໂພກ ຄິດໃສ່ເພິ່ນໃສ່ໂຕ ຖືກໃຜກໍ່ບໍ່ເປັນຜົນດີ ທາງທີ່ດີ ຄວນກວດເຊັກເປັນປະຈຳ ເພາະການນຳໃຊ້ສິນຄ້າທີ່ໝົດອາຍຸ ຫຼື ສິນຄ້າປອມແປງ ແມ່ນມີຜົນກະທົບຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ຊົມໃຊ້.

ວັນທີ 1 ເມສາ 2022 ທີ່ຜ່ານມານິີ້ ຢູ່ທີ່ຫ້ອງການສາທາລະນະສຸກເມືອງເມິງ, ແຂວງບໍ່ແກ້ວ, ໄດ້ມີພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ຢູ່ພາຍໃນເມືອງເມິງ. ໂດຍການເປັນປະທານ ຂອງທ່ານ ວັນນາ ຄຳສີປະເສີດ, ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ, ເປັນກຽດເຂົ້າຮ່ວມຂອງທ່ານ ດຣ ຄໍາສິນ ພົມມະຫານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ ບໍ່ແກ້ວ ແລະ ຄະນະຮັບຜິດຊອບຂະແໜງການທີ່ກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.

ການລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງໃນຄັ້ງນີ້ ຄະນະຮັບຜິດຊອບຂອງເມືອງ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 10 ມິນາ -1 ເມສາ 2022 ເຊິ່ງໄດ້ພົບເຫັນສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ລວມທັງໝົດມີ 35 ລາຍການ ປະກອບມີເຄື່ອງບໍລິໂພກ ປະເພດເຂົ້າໝົມ, ເຄື່ອງປຸງແຕ່ງອາຫານ, ອາຫານແຫ້ງ ແລະ ເຄື່ອງດື່ມ ລວມມູນຄ່າທັງໝົດ 5,5 ລ້ານກວ່າກີບ, ທັ້ງນີ້ ກໍ່ເພື່ອຮັບປະກັນໃຫ້ສິນຄ້າທີ່ວາງຈໍາໜ່າຍຢູ່ບັນດາຮ້ານຂາຍເຄື່ອງ ຢູ່ພາຍໃນເມືອງເມິງໄດ້ມາດຕະຖານ, ມີຄຸນນະພາບ ທັງຮັບປະກັນຄວາມປອດໄພ ຂອງຜູ້ບໍລີໂພກ ເພາະການນຳໃຊ້ສິນຄ້າທີ່ໝົດອາຍຸ ຫຼື ສິນຄ້າປອມແປງ ແມ່ນມີຜົນກະທົບຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ຊົມໃຊ້.

ທ່ານ ວັນນາ ຄຳສີປະເສີດ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສ້າງແຜນການເຄື່ອນໄຫວລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງ ຢູ່ບັນດາຮ້ານພາຍໃນເມືອງ ໃຫ້ເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ສຶກສາອົບຮົມ ແກ່ຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍເຫັນໄດ້ເຖິງໄພອັນຕະລາຍ ຂອງສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ແນໃສ່ເຮັດໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ, ມີປະໂຫຍດຕໍ່ຮ່າງກາຍ ແລະ ເພື່ອສຸຂະພາບ ຂອງໝົດທຸກຄົນໃນສັງຄົມ.

ຈາກ: ໜັງສືພິມບໍ່ແກ້ວ