ນອນໂກນມີວິທີແກ້ ຕາມ 7 ວິທີນີ້ເລີຍ

141

ອາການນອນໂກນ ແລະ ພາວະຢຸດຫາຍໃຈຂະນະຫຼັບ ເປັນບັນຫາ ແລະ ໂລກລົບກວນໃນຫານນອນຫຼັບທີ່ພົບຫຼາຍໃນຄົນໄວອາຍຸ 30-35ປີ, ກຸ່ມຜູ້ຊາຍພົບໄດ້ປະມານ 20 ຫາ 30% ສ່ວນແມ່ຍິງພົບພຽງ 10-15% ໂດຍສະເພາະຄົນທີ່ຢູ່ໃນໄວເຮັດວຽກ.

ອາການນອນໂກນນັ້ນ ເກີດຈາກການທີ່ຊ່ອງທາງເດີນຫາຍໃຈສ່ວນຕົ້ນຂອງເຮົາ ເກີດການຕີບແຄບລົງ ເຮັດໃຫ້ລົມຫາຍໃຈທີ່ຜ່ານເຂົ້າມາຜ່ານຊ່ອງທີ່ແຄບນີ້ ເກີດການກະພື ແລະ ກາຍເປັນສຽງໂກນຂຶ້ນ. ສຽງໂກນທີ່ເກີດຂຶ້ນນີ້ ອາດແຕກຕ່າງກັນໄປ ຂຶ້ນຢູ່ກັບຕໍາແໜ່ງຂອງອະໄວຍະວະທີ່ເກີດການສັ່ນ ສ້າງຄວາມໜ້າລໍາຄານໃຫ້ແກ່ຄົນນອນທາງຂ້າງຫຼາຍ.


ແນວໃດກໍ່ຕາມ ເຊື່ອວ່າຫຼາຍທ່ານຕ້ອງການແກ້ບັນຫານີ້ໃຫ້ໝົດໄປ ດັ່ງນັ້ນ ມື້ນີ້ແອັດມິນກໍ່ບໍ່ພາດທີ່ຈະນໍາເທັກນິກດີໆມາໃຫ້ແຟນເພຈໄດ້ນໍາໄປທົດລອງເຮັດນໍາກັນ ເຊິ່ງມີຢູ່ 7 ວິທີຄື:  ຢຸດກິນອາຫານກ່ອນນອນ 3ຊົ່ວໂມງ; ງົດການສູບຢາກ່ອນນອນ
ກົ້ມໜ້າໃສ່ອາຍນໍ້າຮ້ອນ ໃຫ້ດັງຢູ່ເໜືອນໍ້າປະມານ 15 ຊັງຕີແມັດ ຫາຍໃຈເຂົ້າເລິກໆ 5-7ນາທີ ເພື່ອໃຫ້ຮູດັງໂລ່ງ ຫາຍໃຈສະດວກ; ເປີດເຄື່ອງເພີ່ມຄວາມຊື້ນໃນອາກາດ

ລົດຄວາມອ້ວນ; ນອນໝອນສູງ ແລະ ສະອາດ; ຝຶກນອນສະແຄງ ເພາະການນອນຫງາຍເຮັດໃຫ້ໂຄນລີ້ນ ແລະ ເພດານອ່ອນປິດກັ້ນຊ່ອງທາງການຫາຍໃຈ.

ຂໍ້ມູນຈາກ: https://laoedu.org/