ເສດຖະກິດຫວຽດນາມ ຂະຫຍາຍຕົວ 5,03% ໃນໄຕມາດທຳອິດຂອງປີນີ້

142

ສຳນັກງານສະຖິຕິແຫ່ງຊາດຫວຽດນາມ ເປີດເຜີຍວ່າ ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງຫວຽດນາມ ຂະຫຍາຍຕົວ 5,03% ໃນໄຕມາດ 1 ຂອງປີ 2022 ໂດຍຂະແໜງກະສິກຳ,

ປ່າໄມ້ ແລະ ການປະມົງເພີ່ມຂຶ້ນ 2,45%, ຂະນະທີ່ຂະແໜງອຸດສາຫະກຳ ແລະ ການກໍ່ສ້າງເພີ່ມຂຶ້ນ 6,38% ແລະ ຂະແໜງບໍລິການເພີ່ມຂຶ້ນ 4,58% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ທັງນີ້, ລັດຖະບານຫວຽດນາມ ໄດ້ຕັ້ງເປົ້າໂດຍຜ່ານການຮັບຮອງຈາກສະພາແຫ່ງຊາດຫວຽດນາມ ວ່າໃນປີ 2022 ນີ້ ຫວຽດນາມຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6 – 6,5%, ໃນຂະນະທີ່ທະນາຄານໂລກ ຄາດການວ່າເສດຖະກິດຫວຽດນາມ ຈະຂະຫຍາຍຕົວໃນລະດັບ 5,5% ໃນປີນີ້ ຫາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ຜ່ອນຄາຍລົງ.