ສີລັງກາ ປະກາດຕັດໄຟ 10 ຊົ່ວໂມງຕໍ່ວັນ ຫຼັງວິກິດພະລັງງານ

173

ສຳນັກຂ່າວຊິນຮວາລາຍງານວ່າ ຄະນະກຳມະການສາທາລະນຸປະໂພກຂອງສີລັງກາ ອອກແຈ້ງການວ່າ ລັດຖະບານສີລັງກາ ຈຳເປັນຕ້ອງໄດ້ຕັດການຊົມໃຊ້ໄຟຟ້າວັນລະ 10 ຊົ່ວໂມງ ເຊິ່ງເລີ່ມແຕ່ວັນທີ 30 ມີນາເປັນຕົ້ນໄປ.

ທັງນີ້ ສີລັງກາ ໄດ້ຕັດໄຟບາງເວລາມາແຕ່ເດືອນກຸມພາເປັນຕົ້ນມາ ເນື່ອງຈາກການຜະລິດໄຟຟ້າຂອງເຂື່ອນໄຟຟ້າພະລັງນ້ຳໄດ້ຫຼຸດລົງ ບວກກັບການຂາດແຄນນ້ຳມັນກາຊວນ ເຮັດໃຫ້ການດຳເນີນງານຂອງໂຮງໄຟຟ້າພະລັງຄວາມຮ້ອນຢຸດສະງັກ.

ຖະແຫຼງການຂອງຄະນະກຳມະການການໄຟຟ້າຊີລອນ ( CEB ) ລະບຸວ່າມີ ຄວາມຈຳເປັນຕ້ອງໄດ້ຫຼຸດເວລາການໃຊ້ໄຟຟ້າລົງ ເນື່ອງຈາກການຜະລິດໄຟຟ້າບໍ່ພຽງພໍກັບຄວາມຕ້ອງການ ເຊິ່ງມີສາເຫດມາຈາກການຂາດແຄນນ້ຳມັນເຊື້ອໄຟ ລວມທັງປັດໄຈຕ່າງໆທີ່ເຮັດໃຫ້ເຄື່ອງປັ່ນໄຟບໍ່ພ້ອມເຮັດວຽກ.

ທັງນີ້, ສີລັງກາກຳລັງປະເຊີນກັບການຂາດແຄນນ້ຳມັນຢ່າງໜັກໜ່ວງ ມາແຕ່ອາທິດຜ່ານມາ ເນື່ອງຈາກເກີດວິກິດເສດຖະກິດຄັ້ງຮຸນແຮງ ເຮັດໃຫ້ຄັງແຮສຳຮອງເງິນຕາຕ່າງປະເທດຫຼຸດລົງ ຈຶ່ງສົ່ງຜົນກະທົບຕໍ່ການນຳເຂົ້າສິນຄ້າ.