ສາຍບຸນກຽມຕົວ! ງານບຸນສົມໂພດຮູບເໜືອນພໍ່ກະດວດ 4 ເມສານີ້

162

ເອົາເປັນວ່າສຳເລັດສົມບູນ ສຳລັບຮູບປັ້ນຫລໍ່ຈໍາລອງ ພໍ່ກະດວດ ເຊິ່ງເປັນບຸກຄົນ ຫຼື ວິລະບຸລຸດທີ່ສຳຄັນຂອງຊາດ ແລະ ຈະກຽມມີການສົມໂພດ ທາງພຸດທະສາສະໜາຢ່າງຍິ່ງໃຫຍ່ ເພື່ອໃຫ້ສົມກັບເປັນບຸກຄົນທີ່ກ້າຫານ, ມີຈິດໃຈຮັກຊາດຮັກບ້ານເກີດເມືອງນອນ ແລະ ເສຍສະຫຼະເພື່ອປະຊາຊົນ.

ໃນວັນທີ 2 ເມສາ 2022 ການນໍາແຂວງສະຫວັນນະເຂດນໍາໂດຍທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງໆສະຫວັນນະເຂດ ພ້ອມຂະແໜງການ ທີ່ກ່ຽວຂ້ອງຈະນໍາທັບຂະບວນແຫ່ພໍ່ກະດວດ ອອກຈາກນະຄອນ ຫລວງວຽງຈັນ.

ເຊິ່ງໃນວັນທີ 3 ເມສາ 2022 ເວລາ 14 ໂມງ ຈະມີການແຫ່ອ້ອມຕົວເມືອງ ຄືອ້ອມວົງວຽນໄດໂນເສົາມາຕາມເສັ້ນທາງຖະໜົນໄກສອນ ພົມວິຫານ ມາໃສ່ວົງວຽນກະບອງແລ້ວມາຕາມເສັ້ນທາງພໍ່ກະດວດແລ້ວມາລົງໃສ່ສະຖານທີ່ຕັ້ງ ອະນຸລາວະລີ ພໍ່ກະດວດ ໜ້າໂຮງໝໍແຂວງສະຫວັນນະເຂດ.

ສຳລັບຮູບປັ້ນ ພໍ່ກະດວດແມ່ນຫລໍ່ດ້ວຍທອງເຫລືອງ ໜັກປະມານ 3 ໂຕນກວ່າ ເຊິ່ງລາຍລະອຽດ ສຳລັບງານບຸນສົມໂພດຮູບປັ້ນຫຼໍ່ເໝືອນພໍ່ກະດວດມີດັ່ງນີ້: ໃນວັນທີ 4 ເລີ່ມແຕ່ 7:00 ໂມງຫາ 15:00 ໂມງ ແມ່ນຕັ້ງກອງບຸນກຽມສະຖານທີ່ສົມໂພດ, ເວລາ 17:00 ໂມງ ເຂົ້າສູ່ພິທີໄຫວ້ ພຣະຮັບສິນ ພຣະສົງຈະເລີນ ໄຊຍະ ມົງຄຸນຄາຖາ, ຕໍ່ດ້ວຍຟັງທັມມະ ເທສະໜາ,ຄາລະວະຢາດນໍ້າ ຮັບພອນ, ໄຫວ້ພຣະສູດມົນສາທະ ຍາຍທັມ, ຟັງທັມມະເທສະໜາຈົນ ຮອດ 22 ໂມງ.

ໃນວັນທີ 5 ເລີ່ມແຕ່ 7 ໂມງ ເຂົ້າສູ່ໄຫວ້ພຣະ ຮັບສິນຕັກບາດຖວາຍສັງຄະທານ ແລະ ຈົບພິທີ

ທີ່ມາ: ສະຫວັນພັດທະນາ