ກົມຕຳຫຼວດຈະລາຈອນ ວາງ 15 ມາດຕະການ ຕໍ່ຜູ້ຂັບຂີ່ໄລຍະບຸນປີໃໝ່ລາວ

141

ສະຖິຕິ ການເກີດອຸປະຕິເຫດໃນໄລຍະບັນປີໃໝ່ລາວ ໃນແຕ່ລະປີມີຈຳນວນຫຼວງຫຼາຍສ່ວນໃຫຍ່ມາຈາກເມົາແລ້ວຂັບ ຄົນບໍ່ເມົາກໍ່ຖືກເຄາະໄປນຳເຮັດໃຫ້ຫຼາຍຄອບຄົວຕ້ອງສູນເສຍຄົນທີ່ຮັກໄປຕະຫຼອດການຍ້ອນຄວາມປະໝາດຂອງການຫຼິ້ນກິນມ່ວນຊື່ນ ສະນັ້ນ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ຕ້ອນຮັບປີໃຫມ່ລາວ ພສ 2565 ທີ່ຈະມາເຖິງນີ້ ຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງ 15 ມາດຕະການໄວ້ສຳລັບຜູ້ຂັບຂີ່ໄລຍະບຸນປີໃໝ່ລາວໂດຍສະເພາະ.

ອີງຕາມແຈ້ງການ ສະບັບເລກທີ 011/ກກຈ ລົງວັນທີ 31 ມີນາ 2022 ເລື່ອງ ການປ້ອງກັນ, ສະກັດກັ້ນອຸປະຕິເຫດຈະລາຈອນ ໃນຊ່ວງໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2565 ໃຫ້ມີຄວາມປອດໄພ ສະກັດກັ້ນການເກີດອຸປະຕິເຫດຈະລາຈອນທາງບົກ ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນການ ສັນຈອນ, ເຮັດໃຫ້ການຫຼີ້ນບຸນປີໃຫມ່ລາວມີຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງານຂອງ ຊາດລາວເຮົາ.
ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການວາງ 15 ມາດຕະການລຸ່ມນີ້ໃຫ້ບັນດາຜູ້ຂັບຂີ່ ຜູ້ໃຊ້ລົດໃຊ້ຖະໜົນໄດ້ຮ່ວມກັນປະຕິບັດ

1. ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນ ຢ່າງເຂັ້ມງວດ.
2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ຫມວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ ( ຖ້າຫາກລະເມີດຈະໄດ້ກັກລົດໄວ້ ) ເພື່ອຄວາມປອດໄພຂອງທ່ານ.
3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.
4. ກ່ອນຈະນໍາໃຊ້ພາຫະນະ ຕ້ອງກວດສະພາບເຕັກນິກ ແລະ ຄວາມພ້ອມຂອງລົດ ໃຫ້ມີຄວາມຮັບປະກັນ ເປັນຢ່າງດີ.
5. ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ ( ເມົາຫ້າມຂັບຂີ່ລົດ ) ຢ່າງເດັດຂາດ ຖ້າຫາກກວດກາພົບເຫັນ ເຈົ້າຫນ້າທີ່ຕໍາຫຼວດ ຈະລາຈອນຈະໄດ້ກັກໄວ້, ຊ່ວງເມົາແລ້ວຈິ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ ຫມູ່ຄູ່ມາຮັບເອົາ ເພື່ອຮັບປະກັນ ຄວາມປອດໄພ.
6. ຫ້າມຂັບຂີ່ລົດໄວເກີນກົດຫມາຍກໍານົດ ( ສໍາລັບລົດຂົນສົ່ງໂດຍສານ ຫ້າມແລ່ນໄວເກີນ 80 Km/h ຕາມເສັ້ນທາງຫຼວງ ສະເພາະຢູ່ເຂດນອກເມືອງ )

7. ຫ້າມຂີ່ລົດຈັກ ເປັນພຶງເປັນແພຊີງກັນຕາມເສັ້ນທາງ ຢ່າງເດັດຂາດ.
8. ຫ້າມນໍາໃຊ້ລົດກະບະ ບັນທຸກຄົນໂດຍສານໃສ່ກະບະ ຫຼື ນັ່ງຝາທ້າຍ ຢ່າງເດັດຂາດ.
9. ຫ້າມນໍາໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ ແລະ ບັນທຸກຜູ້ໂດຍສານເກີນກໍານົດ ແລະ ຊ່ວງຊີງເອົາຜູ້ໂດຍສານ ຢ່າງເດັດຂາດ.

10. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສໍາຮອງ ທຸກຄັ້ງເວລາເດີນທາງ.
11. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ລົດຈັກຢ່າງເດັດຂາດ.
12. ຖ້າບຸກຄົນໃດລະເມີດ ຈະຖືກສຶກສາອົບຮົມ ແລະ ປັບໃຫມຕາມລະບຽບກົດຫມາຍ ຢ່າງເຂັ້ມງວດ.

13. ພິເສດ ສະເພາະເສັ້ນທາງດ່ວນ , ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 100 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສູດບໍ່ ໃຫ້ຫຼຸດ 80 km/ ຊົ່ວໂມງ ( ເຈົ້າຫນ້າທີ່ຕໍາຫຼວດຈະໄດ້ຈັບຄວາມໄວຜ່ານກ້ອງຈັບຄວາມໄວ). 14. ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ ( ຍົກເວັ້ນກໍລະນີລົດເປ່ເພ ).
15. ສ່ວນການສົ່ງພະ ແລະ ການຫຼີ້ນນ້ໍາໃຫ້ພອນ ແມ່ນໃຫ້ຈັດຕັ້ງປະຕິບັດຕາມແຈ້ງການ ຂອງອໍານາດການປົກຄອງທ້ອງຖິ່ນ ຂອງຕົນໄດ້ກໍານົດໄວ້.