ອີກແລ້ວລາຄານ້ຳມັນ! ລົງໄວຂຶ້ນໄວແທ້ໆປັບໃໝ່ເລີ່ມມີຜົນທົ່ວປະເທດ 2 ເມສານີ້

226

ອີງຕາມແຈ້ງການສະບັບເລກທີ 0395/ອຄ ລົງວັນທີ 1 ເມສາ 2022 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຈ້ງປັບລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດຂຶ້ນ ເຊິ່ງວ່າເລີ່ມປະຕິບັດວັນທີ 2 ເມສາ 2022 ເວລາ 6:00 ໂມງເຊົ້າ.
ການປັບລາຄານ້ຳມັນເຊື້ອໄຟໃນຄັ້ງນີ້ ແມ່ນໄດ້ປັບຂຶ້ນທຸກຊະນິດຄື: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 850 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ 720 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 1.490 ກີບຕໍ່ລິດ.

ຢູ່ນະຄອນຫຼວງວຽງຈັນ ນ້ຳມັນແອັດຊັງພິເສດ 20.370 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ 17.830 ກີບຕໍ່ລິດ ແລະ ນໍ້າມັນກາຊວນ 17.120 ກີບ/ລິດ
ແຂວງອຸດົມໄຊ ນ້ຳມັນແອັດຊັງພິເສດ 20.850 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 18.310 ກີບ/ລິດ ແລະ ກະຊວນ 17.600 ກີບ/ລິດ
ແຂວງຫຼວງພະບາງ ນ້ຳມັນແອັດຊັງພິເສດ 20.740 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 18.200 ກີບ/ລິດ ແລະ ກະຊວນ 17.490 ກີບ/ລິດ

ແຂວງຊຽງຂວາງ ນ້ຳມັນແອັດຊັງພິເສດ 20.560 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 18.020 ກີບ/ລິດ ແລະ ກະຊວນ 17.310 ກີບ/ລິດ
ແຂວງບໍລິຄໍາໄຊ ນ້ຳມັນແອັດຊັງພິເສດ 20.450 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.910 ກີບ/ລິດ ແລະ ກະຊວນ 17.00 ກີບ/ລິດ

ແຂວງສະຫວັນນະເຂດ ນ້ຳມັນແອັດຊັງພິເສດ 20.400 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.860 ກີບ/ລິດ ແລະ ກະຊວນ 17.150 ກີບ/ລິດ
ແຂວງຈໍາປາສັກ ນ້ຳມັນແອັດຊັງພິເສດ 20.430 ກີບ/ລິດ ນ້ຳມັນແອັດຊັງທຳມະດາ 17.890 ກີບ/ລິດ ແລະ ກະຊວນ 17.180 ກີບ/ລິດ

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0233/ກຄພນ, ລົງວັນທີ 29 ມີນາ 2022 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0344/ອຄ, ລົງວັນທີ 29 ມີນາ 2022.