ນະຄອນໄກສອນ ຢຶດ ແລະ ທຳລາຍສິນຄ້າລັກນຳເຂົ້າໝູແຊ່ເກືອບ 500 ກິໂລ

42

ການລັກລອບສິ່ງຕ້ອງຫ້າມເຂົ້າມາປະເທດ ເພື່ອຫາຜົນປະໂຫຍດສູ່ຕົນເອງ ແລະສ່ຽງຕໍ່ສຸຂະພາບ ແລະຊີວິດຂອງຄົນອື່ນ ເປັນການກະທຳທີ່ຜິດຕໍ່ກົດລະບຽບກົດໝາຍ ທາງທີ່ດີຄວນປະຕິບັດໃຫ້ຖືກຕາມຂັ້ນຕອນ ຫຼື ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຜ່ານການກວດກາຄວາມປອດໄພກ່ອນ ຖ້າບໍ່ເຊັ່ນນັ້ນ ມັນຈະກາຍເປັນສູນທັນທີເຖິງຜູ້ກະທຳຈະຄິດກິນງາມກໍ່ຕາມ.

ໃນຕອນບ່າຍ ວັນທີ 31 ມີນາ 2022 ນີ້, ຢູ່ສະຖານທີ່ຖິ້ມຂີ້ເຫຍື່ອບ້ານຊອກ ນະຄອນ ໄກສອນ ພົມວິຫານ, ທາງຫ້ອງການກະສິກໍາ ແລະ ປ່າໄມ້ ນະຄອນ ໄກສອນ ພົມວິຫານ ສົມທົບກັບພາກສ່ວນກ່ຽວຂ້ອງທໍາລາຍສິນຄ້າຫ້າມນໍາເຂົ້າ ໂດຍມີ ທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນ ໄກສອນ ພົມວິຫານ, ທ່ານ ອຸ່ນຄໍາ ຜິວພະຈັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ນະຄອນ, ທ່ານ ພັທ ທອງດຳ ເລື່ອນແສນດີ ຫົວໜ້າກອງບັນຊາການ ປກຊ ນະຄອນ, ມີຮອງຫົວໜ້າຫ້ອງວ່າການນະຄອນ ແລະ ພະນັກງານວິຊາການສາຍກວດເຈົ້າໜ້າທີ່ກະສິກຳແລະປ່າໄມ້ນະຄອນເຂົ້າຮ່ວມ.

ທ່ານ ພູສອນ ຫົວໜ້າຈຸສາຍກວດເຈົ້າໜ້າທີ່ກະສິກຳແລະປ່າໄມ້ ນະຄອນ ໄດ້ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 31 ມີນາ 2022 ເຈົ້າໜ້າທີ່ກະສິກຳ ແລະປ່າໄມ້ນະຄອນ ໄດ້ລົງກວດກາໃນຕະຫລາດສະຫວັນໄຊ ໄດ້ຢຶດສິນຄ້າ ການນຳເຂົ້າເປັນໝູສຳແຫຼະປະເພດຊິ້ນສ່ວນໝູ ແຊ່ແຂງ ມາແຕ່ປະເທດຫວຽດນາມ ໂດຍບໍ່ຖືກຕ້ອງທີ່ບັນຈຸໃສ່ແກັດເຈ້ຍ ຈໍານວນ 10 ແກັດ ນໍ້າໜັກ 477 ກິໂລໃນນັ້ນມີ: ຊີ້ນໜູ 227 ກິໂລ, ຕັບ 30 ກິໂລ, ໜັງໝູ52 ກິໂລ, ປອດໝູ 35 ກິໂລ, ກະດູດຂ້າງ60 ກິໂລ ແລະ ຊີ້ນສາມຊັ້ນ 73 ກິໂລ.

ເຊິ່ງເຈົ້າຂອງສິນຄ້າດັ່ງກ່າວແມ່ນຂອງ ທ້າວ ຖັງ ອາຍຸ 29 ປີ ສັນຊາດຫວຽດນາມ, ພັກຢູ່ບ້ານຫົວເມືອງໃຕ້ ນະຄອນ ໄກສອນ ພົມວິຫານ ເປັນຜູ້ນຳມາຈໍາໜ່າຍ-ຂາຍຢູ່ຕະຫຼາດສະຫວັນໄຊ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ ທັງຜິດຕໍ່ລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາສິນຄ້າ ແລ້ວນໍາໄປທໍາລາຍຖິ້ມ ເພື່ອຮັບປະກັນບໍ່ໃຫ້ຈໍາໜ່າຍສິນຄ້າດັ່ງກ່າວຖືກຈຳໜ່ວຍອອກໄປອັນຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ.

ການທໍາລາຍສີ້ນສ່ວນແຊ່ແຂງໃນຄັ້ງນີ້ ເພື່ອປ້ອງກັນ, ສະກັດກັ້ນພະຍາດອະຫິວາໝູ ອາຟຣິກາ ທີ່ກໍາລັງລະບາດບໍ່ໃຫ້ແຜ່ລາມ, ບໍ່ໃຫ້ປະຊາຊົນ ບໍລິໂພກ ຜະລິດຕະພັນສັດຊີ້ນໝູ; ເຊິ່ງເປັນສິນຄ້າປະເພດເຄື່ອງເກືອດຫ້າມ ໂດຍບໍ່ອະນຸຍາດໃຫ້ເຄື່ອນຍ້າຍສັດ-ຜະລິດຕະພັນສັດຊີ້ນໝູ ນໍາເຂົ້າມາພາຍໃນແຂວງ ກໍ່ຄືນະຄອນ ໄກສອນ ພົມວິຫານ ແລະ ຈາກຕ່າງປະເທດ.
ຂໍ້ມູນ: ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ