ປີເຕີ ນັກເຕະອາຍຸນ້ອຍສຸດໃນລາວລີກ 1 ຍິງອີກ 1 ປະຕູເລື່ອນຂຶ້ນນໍາດາວຍິງສູງສຸດຮ່ວມກັບ Rafael

96

ປີເຕີ ພັນທະວົງ ນັກເຕະອາຍຸນ້ອຍທີ່ສຸດພຽງ 16 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ສາມາດຍິງໄດ້ອີກ 1 ປະຕູເຮັດໃຫ້ເລື່ອນຂຶ້ນນໍາດາວຍິງສູງສຸດຮ່ວມກັບ ຫຼັງຜ່ານໄປ 2 ອາທິດຢ່າງສົມບູນແບບ ເນື່ອງຈາກແຕ່ລະທີມໄດ້ແຂ່ງຂັນ 2 ນັດຂຶ້ນໄປ ຫຼັງຫຼ້າສຸດ ເອສະຣາ ເອັຟຊີ ເປີດບ້ານສະເໝີກັບ ວຽງຈັນ ເອັຟຊີ 2-2 ໃນນັດຕົກຄ້າງເມື່ອວັນທີ 30 ມີນາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ນັດດັ່ງກ່າວ ເລື່ອນແຂ່ງຈາກມານັດເປີດລະດູການມາແຂ່ງຂັນໃນວັນທີ 30 ມີນາ 2022 ປາກົດວ່າ: ເປັນທາງດ້ານ ວຽງຈັນ ເອັຟຊີ ທີ່ໄດ້ 2 ປະຕູລວດຈາກການຍິງຂອງ ແກ້ວ ພີມມະສອນ ນາທີໆ 8 ແລະ ພູວຽງ ພູມສະຫວັດ ນາທີໆ 27 ກ່ອນທີ່ ເອສະຣາ ໄດ້ປະຕູຈາກ ໂຈນີ້ ແຫວນປະເສີດ ນາທີໆ 58 ແລະ ປີເຕີ້ ພັນທະວົງ ນາທີໆ 61 ຈົບເກມສະເໝີກັນ 2-2.

ເຊິ່ງແນ່ນອນ 1 ປະຕູຂອງ ປີເຕີ້ ໃນນັດນີ້ເຮັດໃຫ້ລາວເພີ່ມສະຖິຕິການຍິງປະຕູໃນ ເປບຊີ ລາວລີກ 1 ລະດູການ 2022 ເປັນປະຕູທີ 3 ຫຼັງນັດທໍາອິດສ້າງປະຫວັດສາດຍິງ 2 ປະຕູໃນນັດເປີດລະດູການ ແລະ ເຮັດໃຫ້ເລື່ອນຂຶ້ນນໍາດາວຍິງສູງສຸດຮ່ວມກັບ ທີ່ຍິງໄດ້ແລ້ວ 3 ປະຕູເທົ່າກັນ Rafael Rodrigues ກອງໜ້າຊາວບຣາຊິລຂອງ ມາສເຕີ 7 ເອັຟຊີ.

ສ່ວນ ເອສະຣາ ເກັບເພີ່ມເປັນ 4 ຄະແນນ ຢຶດອັນດັບ 2 ຂອງຕາຕະລາງຄືເກົ່າ ຕາມຫຼັງທີມນໍາຢ່າງ ຊ້າງນ້ອຍ ເອັຟຊີ ຢູ່ 2 ຄະແນນ, ສ່ວນ ວຽງຈັນ ເອັຟຊີ ມີ 1 ຄະແນເລື່ອນຂຶ້ນມາຢູ່ອັນດັບ 5 ຂອງຕາຕະລາງ
ສໍາລັບ ການແຂ່ງຂັນເປບຊີ ລາວລີກ 1 ທ້າຍອາທິດນີ້ຈະເປັນການແຂ່ງຂັນອາທິດທີ 3 ມີ 3 ຄູ່ຄື: ເບິ່ງໃນຮູບລຸ່ມນີ້ ເຊິ່ງທຸກໆນັດແມ່ນຖ່າຍທອດສົດທາງເວບໄຊ: Elevensports
ເບິ່ງປະຫວັດສາດຂອງ ປີເຕີ້ ໄດ້ທີ່ຄລິບລຸ່ມນີ້:

ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ