ດັງໄກແບບຢຸດບໍ່ຢູ່ ແຮ່ນນ້າ ໂຣເຊັນບູ້ມ ຮ່ວມສະແດງຮູບເງົາຂອງປະເທດເພື່ອນບ້ານ

93

ໜ້າພາກພູມໃຈ ແລະ ສະແດງຄວາມຍິນດີເປັນທີ່ສຸດ ສໍາລັບສາວງາມສຸດໜ້າຮັກ ຄວາມສາມາດຫຼາກຫຼາຍຄົນນີ້ ມີ ຄວາມກ້າວໜ້າໃນໜ້າທີ່ການງານ ແລະ ໄດ້ຮັບໂອກາດຫຼາຍຢ່າງເລີຍ ເຊິ່ງຫຼ້າສຸດນີ້ກໍຈະມີຜົນງານການສະແດງມາໃຫ້ແຟນໆໄດ້ຊົມກັນ ສໍາລັບນ້ອງ ແຮ່ນນ້າ ໂຣເຊັນບູ້ມ ເປັນໜຶ່ງໃນສະມາຊິກ ວົງ Girl group 4Eve ຂອງປະເທດໄທ ແລະ ຍັງເປັນນັກຮ້ອງ, ນັກສະແດງ ແລະ ນາງແບບທີ່ມີຜົນງານປະດັບວົງການບັນເທີງລາວຢ່າງນັບບໍ່ຖ້ວນ ເຊິ່ງຕອນນີ້ກໍາລັງຈະມີຜົນງານໃໝ່ໃຫ້ໄດ້ຕິດຕາມ ເປັນຜົນງານການສະແດງ ໂດຍການຮ່ວມມືລະຫວ່າງຊ່ອງເວີກພ້ອຍ ແລະ ທີວີທັນເດີ້ ໄດ້ຈັບມືກັນໃນການສ້າງຮູບເງົາແບບຕະຫຼົກໆ ໂດຍມີຊື່ເລື່ອງວ່າ: “ ແມ່ສື່ໂລໂຊ ”.

ທາງຊ່ອງໂທລະພາບຂອງໄທ ກໍໄດ້ລາຍງານວ່າ ມື້ນີ້ເປັນລືກງາມຍາມດີໃນການບວງສວງຮູບເງົາເລື່ອງໃໝ່ສາຍຮາຫຼ້າສຸດ ຄືເລື່ອງ “ ແມ່ສື່ໂລໂຊ ” ເຊິ່ງໃນຮູບເງົາເລື່ອງນີ້ ນ້ອງແຮ່ນນ້າ ສິລະປິນລາວຂອງເຮົາ ກໍຈະໄດ້ຮ່ວມງານກັບນັກສະແດງທີ່ມີຊື່ສຽງລະດັບແຖວໜ້າຂອງປະເທດໄທຢ່າງຫຼວງຫຼາຍ.

ດັ່ງທີ່ທີມຂ່າວບັນເທີງໄດ້ນໍາສະເໜີໃຫ້ຊົມຜ່ານມາເລື້ອຍໆ ສໍາລັບຜົນງານຂອງສາວຄົນນີ້ ເພາະມີຜົນງານມາໃຫ້ໄດ້ຕິດຕາມກັນຢ່າງບໍ່ຂາດສາຍເລີຍ ຖ້າເວົ້າເຖິງເລື່ອງຂອງຜົນງານປະດັບວົງການບັນເທີງຂອງສາວຄົນນີ້ ນອກຈາກເປັນນັກຮ້ອງທີ່ມີຊື່ສຽງແລ້ວ ຍັງມີຕໍາແໜ່ງຢັ້ງຢືນຄວາມງາມຈາກເວທີ Miss Teen Laos 2019 ຮອງອັນດັບສອງມາແລ້ວ ແລະ ນອກຈາກນັ້ນ ຍັງໄດ້ຮ່ວມການປະກວດແຂ່ງຂັນມາແລ້ວຫຼາຍເວທີດ້ວຍກັນ ເຊິ່ງທຸກຢ່າງທີ່ນ້ອງເຮັດແມ່ນເຮັດໄດ້ດີທີ່ສຸດເລີຍ.

ຕໍ່ຈາກນີ້ໄປແຟນໆຂອງສາວແຮ່ນນ້າ ກໍມາຕັ້ງຕາຄອຍຖ້າເບິ່ງນຳກັນວ່າ ການຮ່ວມສະແດງຮູບເງົາຂອງປະເທດເພື່ອນບ້ານໃນຄັ້ງນີ້ ແຮ່ນນ້າ ຈະໄດ້ຮັບບົດບາດເປັນຕົວສະແດງທີ່ມີລັກສະນະແບບໃດ ແຕ່ເຊື່ອເລີຍວ່າການສະແດງໃນເລື່ອງນີ້ບໍ່ດ້ອຍກວ່າການສະແດງໃນເລື່ອງທີ່ຜ່ານໆມາຂອງນ້ອງຢ່າງແນ່ນອນ.

ສໍາລັບໃຜທີ່ຢາກຕິດຕາມຜົນງານຂອງນ້ອງແຮ່ນນ້າ ມື້ນີ້ທີມຂ່າວບັນເທີງກໍນໍາມາໃຫ້ໄດ້ຕິດຕາມກັນແລ້ວ ຜ່ານທາງເຟສບຸ໊ກສ່ວນຕົວ Hannah Rosenbloom ນັ້ນເອງ ຮັບຮອງວ່າໃຜທີ່ໄດ້ຕິດຕາມຊົມຜົນງານນ້ອງຈະຕ້ອງຮູ້ສຶກດີໃຈ ແລະ ພູມໃຈໄປກັບແມ່ຍິງຕົວນ້ອຍໆຄົນນີ້ ທີ່ສໍາຄັນແມ່ນຈະມີຜົນງານໃຫ້ໄດ້ຕິດຕາມຕະຫຼອດ ຢ່າລືມໄປຕິດຕາມ ແລະ ເປັນກຳລັງໃຈນ້ອງຫຼາຍໆເດີ.

[ຮູບ:TV thunder ]