ເຂົ້າປະຕູວິວາເປັນທີ່ຮຽບຮ້ອຍ ຮາຢອນບິນ ແລະ ຊົນເຍຈິນ ຄູ່ຮັກຈາກຊີຣີດັງ Crash landing on you

46

ມື້ນີ້ວັນທີ 31 ມີນາ 2022 ເປັນມື້ແຕ່ງງານ ຄູ່ນີ້ ດາລາ ຮາຢອນບິນ ແລະ ຊົນເຍຈິນ ຈາກຄູ່ຮັກໃນຊີຣີ ສູ່ຄູ່ແທ້ຈິງໃນຊີວິດ ຫຼັງຊີຣີຈົບ ເມື່ອປີ 2020 ເຊິ່ງເປັນຊີຣີດັງຫຼາຍ ຊື່ເລື່ອງນີ້ Crash landing on you ເຊິ່ງແຟນຄັບຕ່າງເຊຍ ແລະ ເຢີ້ຍໃຫ້ເປັນຄູ່ແທ້ ແລະ ກໍສົມຫວັງໄປຕາມໆກັນ

.

ກ່ອນໜ້ານີ້ກໍມີຂ່າວແວ່ວໆກ່ຽວກັບງານແຕ່ງເປັນໄນໆອອກມາແລ້ວ ຫຼ້າສຸດມື້ນັ້ນກໍມາຮອດ ທັງຄູ່ຈູງມືກັນເຂົ້າປະຕູວິວາຢ່າງເປັນທາງການເປັນທີ່ຮຽບຮ້ອຍ ໃນວັນທີ 31 ມີນາ 2022

.

ເປັນຄູ່ທີ່ສົມກັນອີ່ຫຼີ ແລະ ຂໍສະແດງຄວາມຍິນດີນໍາທັງຄູ່ເດີ້