9 ມາດຕະການທີ່ຖືກຕ້ອງ ເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕັ້ງແຕ່ວັນທີ 31 ມີນາ

231

ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ຍັງສືບຕໍ່ມີລາຍງານກໍລະນີ ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ ພ້ອມທັງແຜ່ລາມໃນຊຸມຊົນເປັນວົງກວ້າງ ຢູ່ເກືອບທຸກແຂວງ ເຊິ່ງສ່ວນໃຫຍ່ຕິດພັນ ກັບການເຄື່ອນໄຫວ ແລະ ການດໍາລົງຊີວິດປະຈໍາວັນ ຂອງບຸກຄົນ, ຂອງສັງຄົມ, ຄວາມບໍ່ເຂັ້ມງວດໃນການ ປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ.


ສະນັ້ນ, ຈຶ່ງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂະຫນາດ ໃຫຍ່ ຫາກບໍ່ປະຕິບັດບັນດາມາດຕະການ ທີ່ຖືກຕ້ອງ ແລະ ເຫມາະສົມ ທາງຄະນະສະເພາະກິດ ຈຶ່ງກໍານົດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄລຍະຕັ້ງແຕ່ວັນ ທີ 31 ມີນາ 2022 ດັ່ງນີ້
1 ໃຫ້ຄະນະສະເພາະກິດກະຊວງ, ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ ນໍາ ໃນການກໍານົດຮູບແບບການສະເຫຼີມສະຫຼອງບຸນປີໃຫມ່ລາວ ທີ່ ອະນຸຍາດໃຫ້ສະເພາະກິດຈະກໍາ ຕາມປະເພນີ ເຊັ່ນ: ການສັກກະລະບູຊາ, ສົງນໍ້າພະ ແລະ ບາສີສູ່ຂວັນພາຍໃນຄອບຄົວ ບົນຈິດໃຈ ປະຢັດມັດທະຍັດ, ບໍ່ຊຸມນຸມແອອັດ ເຮັດໃຫ້ເກີດມີການແຜ່ລະບາດເປັນວົງກວ້າງ ຢ່າງເດັດຂາດ.


ພ້ອມນັ້ນ, ຕ້ອງປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ ຄື: ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ຫມັ່ນລ້າງມື ດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
2 ສໍາລັບການຈັດປະຊຸມ ຄະນະຮັບຜິດຊອບ ຕ້ອງມີມາດຕະການຮອງຮັບ ເຊັ່ນ:
2.1 ທຸກຄົນທີ່ເຂົ້າມາຮ່ວມຕ້ອງ ສັກວັກຊີນຄົບ ລວມທັງເຂັ້ມກະຕຸ້ນ ເມື່ອຮອດກໍານົດ;


2.2 ທຸກຄົ້ນຕ້ອງມີຜົນກວດແບບໄວ (ATF) 24 ຊົ່ວໂມງກ່ອນປະຊຸມ ດ້ວຍຜົນລົບ ສໍາລັບກອງປະຊຸມ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ; 2.3 ຕິດຕັ້ງເຄື່ອງວັດແທກອຸນຫະພຸມ; 2. ໃສ່ຜ້າອັດປາກ-ດັ່ງຕະຫຼອດ ໄລຍະປະຊຸມ;
3 ສະຫນອງສະບູ ແລະ ເຈວລ້າງມື; ຈັດບ່ອນນັ່ງໂດຍຮັກສາໄລຍະຫ່າງ ໃນໄລຍະປະຊຸມ; ຖ້າກອງປະຊຸມສະຫນອງອາຫານຫວ່າງ ) – ອາຫານທ່ຽງ ແມ່ນໃຫ້ເຮັດເປັນກ່ອງ ຫຼື ຈັດສະຖານທີ່ຮັກສາໄລຍະຫ່າງ. ຖ້າຜູ້ໃດມີອາການຄ້າຍຄືເປັນຫວັດ ແມ່ນບໍ່ໃຫ້ເຂົ້າຮ່ວມກອງປະຊຸມ, ຄະນະສະເພາະກິດກະຊວງ, ອົງການ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ສາມາດຕີລາຄາ ສະພາບການລະບາດຂອງພະຍາດ ແລ້ວພິຈາລະນາ ມາດຕະການກ່ຽວກັບການມາເຮັດວຽກຕາມສະພາບຄວາມເປັນຈິງຂອງແຕ່ລະບ່ອນ.


4 ໃຫ້ສືບຕໍ່ການຮຽນການສອນແບບເຊິ່ງຫນ້າ ຂອງທຸກຊັ້ນ, ທຸກສາຍ ໃນສະຖານການສຶກສາ ໂດຍຮັບປະກັນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ແຕ່ໃຫ້ໂຈະສະເພາະ ໂຮງຮຽນທີ່ ບໍ່ສາມາດປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ ແລະ ໃຫ້ຄະນະສະເພາະກິດແຕ່ລະຂັ້ນ ຕິດຕາມ ແນະນໍາບັນດາໂຮງຮຽນຢ່າງໃກ້ຊິດ, ພ້ອມກັນນີ້, ກໍປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸ ທີ່ກະຊວງສາທາລະນະສຸກກໍານົດໄວ້ ໃຫ້ໄປຮັບວັກຊີນກັນໂຄວິດ-19 ຕາມແຜນການ.


5 ໃຫ້ຄະນະສະເພາະກິດທຸກພາກສ່ວນ ກວດກາຕົວເລກການສັກວັກຊິນສອງພາກສ່ວນຕົນ ແລະມາດຕະການຊຸກຍູ້ໃນຂັ້ນຕໍ່ໄປ ເພື່ອຮັບປະກັນໃຫ້ທຸກຄົນ ໄດ້ເຂົ້າເຖິງການສັກວັກຊີນ ແນໃສ່ການ ສ້າງພູມຄຸ້ມກັນໃຫ້ບຸກຄົນ ແລະ ສັງຄົມ, ພ້ອມນີ້, ກໍ່ໃຫ້ສືບຕໍ່ການໂຄສະນາເຜີຍແຜ່ມາດຕະການປ້ອງກັນພະຍາດໂດວິດ-19 ແລະ ປຸກລະດົມໃຫ້ທຸກຄົນມີຄວາມຕື່ນຕົວໃນການໄປຮັບວັກຊີນ.
6 ໃຫ້ ຄະນະສະເພາະກິດທຸກພາກສ່ວນ ຊີ້ນໍາການກວດກາບັດສັກວັກຊິນ ຫຼື QR – Vine ID ຜ່ານແອັບ Lao KYC ຂອງບຸກຄົນ ກ່ອນເຂົ້າສະຖານທີ່ເຮັດວຽກຂອງລັດ ແລະ ເອກະຊົນ ລວມທັງໂຮງຈັກໂຮງງານ.


7 ໃຫ້ຄະນະສະເພາະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຄະນະສະເພາະກິດຂັ້ນແຂວງແລະ ນະຄອນຫຼວງ ຊີ້ນໍາການລົງຕິດຕາມ ກວດກາ ຮ້ານອາຫານ ແລະ ຮ້ານຄ້າຕ່າງໃຫ້ເຂັ້ມງວດ ໃນການກວດກາບັດສັກວັກຊີນ  ຫຼື  ຫຼື QR – Vine ID ຜ່ານແອັບ Lao KYC ກ່ອນເຂົ້າໃຊ້ບໍລິການ, ຖ້າພົບເຫັນຜູ້ປະກອບການໃດ ມີການລະເມີດ ຕ້ອງດໍາເນີນການຕັກເຕືອນ ແລະ ປັບໃຫມຕາມລະບຽບການ,
8 ໃຫ້ຄະນະສະເພາະກິດກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ນໍາພາກສ່ວນກ່ຽວຂ້ອງຂອງຕົນເອົາໃຈໃສ່ ລົງຕິດຕາມການຂົນສົ່ງ (ເຮືອບິນ, ເຮືອໂດຍສານ, ລົດໄຟ ແລະ ລົດໂດຍສານ) ໃຫ້ຜູ້ປະກອບການ ມີມາດຕະການປ້ອງກັນຜູ້ໂດຍສານ, ສະຫມອງສະບູ ຫຼື ເຈວລ້າງມື ແລະ ມີຄວາມເຂັ້ໃງວດໃນການ ກວດກາ ບັດສັກວັກຊິນ  ຫຼື QR – Vine ID ຜ່ານແອັບ Lao KYCກ່ອນການເຂົ້າໃຊ້ບໍລິການ, ຖ້າພົບເຫັນຜູ້ ປະກອບການໃດ ມີການລະເມີດ ຕ້ອງດຳເນີນການຕັກເຕືອນ ແລະ ປັບໃຫມຕາມ ລະບຽບການ


9 ໃຫ້ ຄະນະສະເພາະກິດກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ປະສານ ສົມທົບກັບຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ເພີ່ມທະວີການຕິດຕາມ ກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນ ບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.