ຂົວມິດຕະພາບລາວ-ໄທແຫ່ງທີ 5 ຄືບໜ້າກວ່າ 36%, ກຽມເຊື່ອມຈອດປີໜ້າ

549

ທ່າມກາງການລະບາດຂອງພະຍາດ ໂຄວິດ-19 ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຍັງດຳເນີນໄປຢ່າງຕໍ່ເນື່ອງ ແລະເຫັນວ່າ ລື່ນແຜນການບາງເລັກນ້ອຍ.

ຕາມການລາຍງານຂ່າວຫຼ້າສຸດຂອງສື່ໄທກ່ຽວກັບການກໍ່ສ້າງຂົວມິດຕະພາບ-ລາວໄທແຫ່ງທີ5 ບໍລິຄຳໄຊ-ບຶງການ ມາຮອດປະຈຸບັນ ມີຄວາມຄືບຫນ້າແລ້ວ 36,04 % ໄວກວ່າແຜນ ຖ້າທຸກຢ່າງເປັນໄປໄດ້ລາບລື່ນຄືຜ່ານມາຄາດວ່າຈະສາມາດເຊື່ອມຂົວແຫ່ງນີ້ຕໍ່ກັນລະຫວ່າງຝັ່ງລາວ ແລະໄທໃນກາງປີ 2023 ແລະເປີດໃຊ້ບໍລິການໃນປີ 2024.

ສຳລັບຂົວມິດຕະພາບລາວ-ໄທແຫ່ງທີ5 ແມ່ນໄດ້ໃຊ້ເງິນລົງທຶນ 3.930 ລ້ານບາດ ຄ່າໃຊ້ຈ່າຍຝັ່ງໄທ 2.630 ລ້ານບາດ ໜ້າວຽກຄືງານຖະໜົນ ແລະອາຄານດ່ານສາກົນຝັ່ງໄທ, ຂົວຂ້າມແມ່ນ້ຳຂອງຝັ່ງໄທ,  ຝັ່ງລາວ ຈະໃຊ້ງົບປະມານ 1.300 ລ້ານບາດ ນຳໃຊ້ເຂົ້າໃນການກໍ່ສາງຂົວຂ້າມນ້ຳຂອງຝັ່ງລາວ ແລະເສັ້ນທາງ, ອາຄານດ່ານສາກົນຝັ່ງລາວ.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ໄດ້ໃຫ້ສໍາພາດກ່ອນໜ້ານີ້ວ່າ: ພາຍຫຼັງສໍາເລັດຄາດວ່າ ຂົວແຫ່ງທີ 5 ນີ້ຈະອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງການຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ, ເປັນແລວເສດຖະກິດທີ່ສໍາຄັນ, ເປັນໄລຍະທາງທີ່ໃກ້ທີ່ສຸດກັບທ່າເຮືອແຫຼມສະບັງຂອງໄທ ແລະ ທ່າເຮືອຫວຸ້ງອ່າງຢູ່ປະເທດຫວຽດນາມແບບທີ່ບໍ່ເຄີຍມີມາກ່ອນ.


ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍຫ່າງຈາກເທດສະບານເມືອງປາກຊັນ ໄປທາງທິດເໜືອຕາມທາງເລກ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານໍ້າຂອງ 2.860 ແມັດ.


ໂຄງສ້າງຂົວຊ່ວງກາງນ້ໍາເປັນລັກສະນະຂົວແຂວນ (Extradoses) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນໃນນັ້ນຊ່ວງຂົວກາງນໍ້າທີ່ຮັບຜິດຊອບຮ່ວມກັນລວມມີ 9 ຊ່ວງ ມີລວງຍາວທັງໝົດ 810 ແມັດ, ຂົວເຊື່ອມຕໍ່ມີລວງຍາວ 540 ແມັດ ໂຄງສ້າງ ແລະ ຮູບຊົງ ເສົາຄຶງສາຍກາບຢູ່ກາງນໍ້າເປັນຮູບແຄນຄູ່ຢູ່ເສົາກາງນໍ້າ 4 ເສົາ ມູນຄ່າການກໍ່ສ້າງລວມສະເພາະເບື້ອງລາວ 1.380.067.000 ບາດ(ສະກຸນເງິນໄທ)