ເລີ່ມມີຄວາມຫວັງ ການເຈລະຈາ ອູແກຣນ ພ້ອມເປັນກາງທາງທະຫານ

172

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດຕວັກກີ ເມື່ອວັນທີ 30 ມີນາ 2022 ວ່າ ທ່ານ ໂອເລັກຊານເດີ ຊາລີ ໜຶ່ງໃນຄະນະຜູ້ແທນເຈລະຈາຂອງອູແກຣນ ເປີດເຜີຍເຖິງ ຄວາມຄືບໜ້າຫຼ້າສຸດໃນການເຈລະຈາກັບຣັດເຊຍ ວ່າ: ອູແກຣນ ໄດ້ຍື່ນຂໍ້ສະເໜີແກ່ຣັດເຊຍ ວ່າ ອູແກຣນ ພ້ອມຈະເປັນກາງທາງທະຫານ ໂດຍຈະບໍ່ອະນຸຍາດໃຫ້ປະເທດໃດມາຕັ້ງຖານທັບຢູ່ໃນປະເທດ ແລະ ຈະບໍ່ເຂົ້າຮ່ວມເປັນພັນທະມິດທາງທະຫານແຫ່ງໃດໃນໂລກ ລວມທັງອົງການສົນ ທິສັນຍາແອັດແລນຕິກເໜືອ ( ນາໂຕ ).

ທ່າທີດັ່ງກ່າວ ໝາຍເຖິງສະຖານະເປັນກາງທາງທະຫານ ແລະ ການເປັນລັດປອດນິວ ເຄລຍຂອງອູແກຣນ, ໃນຂະນະດຽວກັນລັດຖະບານອູ ແກຣນ ຍັງຮຽກຮ້ອງໃຫ້ມີ “ ຫຼັກປະກັນດ້ານຄວາມໝັ້ນຄົງ ຕາມມາດຕາ 5 ຂອງອົງການນາໂຕ ” ໂດຍໄດ້ສະເໜີຊື່ປະເທດໂປໂລຍ, ອິດສະຣາແອນ, ຕວັກກີ ແລະ ການາດາ ເຂົ້າຮ່ວມ ເພື່ອເປັນຫຼັກປະກັນຄວາມໝັ້ນຄົງຂອງອູແກຣນ ເຊິ່ງຕາມມາດຕາ 5 ຂອງອົງການນາໂຕ ນັ້ນກໍໝາຍຄວາມວ່າ ຫາກອູແກຣນ ຖືກຮຸກຮານທາງທະຫານເທົ່າກັບວ່າ ນາໂຕ ສາມາດສົ່ງກຳລັງທະຫານເຂົ້າມາຊ່ວຍເຫຼືອໄດ້.

ນອກຈາກນີ້, ອູແກຣນ ຍັງສະເໜີຂອບເວລາໃນການປຶກສາຫາລືບັນຫາ ໄຄຣເມຍ ເປັນເວລາ 15 ປີ ແຕ່ບໍ່ໄດ້ລະບຸລວມທັງເຂດລູກັນສ໌ ແລະ ໂດເນສ ໃນພູມີພາກໄຄຣເມຍ, ແນວໃດກໍຕາມ ການຍື່ນຂໍ້ສະເໜີຄັ້ງນີ້ນັບວ່າເປັນລາຍລະອຽດທີ່ສຸດ ນັບແຕ່ເກີດຄວາມຂັດແຍ່ງຂຶ້ນໃນວັນທີ 24 ກຸມພາຜ່ານມາ.

ຂະນະທີ່ ທ່ານ ວະລາດີເມຍ ເມດີນສະກີ ຜູ້ຊ່ວຍປະທານາທິບໍດີ ວະລາດີເມຍ ປູນຕິນ ໃນຖານະຫົວໜ້າຄະນະເຈລະຈາຝ່າຍຣັດເຊຍ ກ່າວວ່າ ຈະນຳເອົາຜົນຂອງການເຈລະຈາຄັ້ງນີ້ໄປປຶກສາຫາລືພາຍໃນອີກຄັ້ງ ລວມທັງການທີ່ອູແກຣນຂໍລົງປະຊາມະຕິກ່ອນ, ໃນຂະນະທີ່ການສະໝັກເຂົ້າເປັນສະມາຊິກ ອີຢູ ຂອງອູແກຣນນັ້ນ ຣັດເຊຍ ບໍ່ໄດ້ຂັດຄ້ານແຕ່ຢ່າງໃດ.

ໃນຂະນະດຽວກັນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າ: ເນື່ອງຈາກການເຈລະຈາກັບ ອູ ແກຣນ ມີຄວາມຄືບໜ້າຢ່າງເປັນຮູບປະທຳ, ກອງທັບຣັດເຊຍຈະຫຼຸດຜ່ອນປະຕິບັດການທາງທະຫານໃນອ້ອມຮອບນະຄອນຫຼວງຄຽບ ແລະ ເມືອງເຊີນີຮິບ ທີ່ຢູ່ທາງພາກເໜືອຂອງ ອູແກຣນ ພ້ອມທັງຮຽກຮ້ອງໃຫ້ ອູແກຣນ ປະຕິບັດຕາມອະນຸສັນຍາເຈນີວາ ວ່າດ້ວຍການເບິ່ງແຍງສະເລີຍເສິກ ຕາມຫຼັກມະນຸດສະທຳ.