ລາວ – ໄທ ຫາລືວຽກງານອໍານວຍຄວາມສະດວກທາງການຄ້າ

256

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ສປປ ລາວ ແລະ ກະຊວງພານິດ ປະເທດໄທ ໄດ້ຈັດກອງປະຊຸມປຶກສາຫາລືອໍານວຍຄວາມສະດວກທາງການຄ້າເຊິ່ງກັນ ແລະ ກັນ ເພື່ອຕໍ່ຍອດໃຫ້ມູນຄ່າການຄ້າ ບັນລຸ 11 ພັນລ້ານໂດລາ ຮອດໃນປີ 2025.

May be an image of 1 person and sitting

ວັນທີ 29 ມີນາ 2022 ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງ  ອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການຄ້າໃນໄລຍະຜ່ານມາຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແຫ່ງ ສປປ ລາວ ກັບ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພານິດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະກົມກ່ຽວຂ້ອງຂອງກະຊວງພານິດໄທ ແລະ ທີ່ປຶກສາທູດເສດຖະກິດ ແລະ ການຄ້າ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ຝ່າຍລາວ ມີຕາງໜ້າຈາກກົມກ່ຽວຂ້ອງຂອງກະຊວງ ອຄ ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ.

May be an image of 7 people and indoor

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນການປຶກສາຫາລື ແລະ ຍົກບັນຫາກ່ຽວກັບການຄ້າໃນໄລຍະຜ່ານມາ ແລະ ວຽກງານຈະຮ່ວມມືກັນໃນປີ 2022 ແລະ ອະນາຄົດ ໄດ້ສະເໜີການປຶກສາຫາລືໃນ 4 ບັນຫາ ຄື:

1 ຜັກດັນການເປີດດ່ານ ເພື່ອການຂົນສົ່ງສິນຄ້າລະຫວ່າງກັນ: ຂໍໃຫ້ ສປປ ລາວ ເປີດດ່ານທີ່ປິດໄປ ຕາມມາດຕະການຄວບຄຸມໂຄວິດ – 19 ໃຫ້ສາມາດຂົນສົ່ງສິນຄ້າລະ ຫວ່າງກັນໄດ້ ເພື່ອບັນລຸເປົ້າໝາຍເພີ່ມມູນຄ່າການຄ້າ 11.000 ລ້ານໂດລາສະຫະລັດ ໃນປີ 2025.

2 ອໍານວຍຄວາມສະດວກທາງດ້ານການຄ້າ ບໍລິເວນດ່ານຊາຍແດນ: ຂໍໃຫ້ ສປປ ລາວ ອຳນວຍ ຄວາມສະດວກເລື່ອງການຜ່ານພິທີການກົມພາສີປະຈຳດ່ານຊາຍແດນ ເຊັ່ນ: ສາມາດອະນຸມັດເອກະສານຮັບຮອງແຫຼ່ງກຳເນີດສິນຄ້າ ຫຼື ຟອມ ( Form D ) ໄດ້ໂດຍບໍ່ຕ້ອງມາຜ່ານກົມພາສີ ທີ່ນະຄອນຫຼວງວຽງຈັນ ເຮັດໃຫ້ຊັກຊ້າ ແລະ ຖ້າ ສປປ ລາວ ສາມາດເຊື່ອມຕໍ່ລະບົບຮັບ – ສົ່ງເອກະສານແບບເອເລັກໂຕນິກ ( e-form D ) ໄດ້ຕາມທີ່ຕົກລົງກັນໄວ້ກັບອາຊຽນ ASEAN Single Window ຈະຊ່ວຍແກ້ໄຂບັນຫານີ້ໄດ້ເຊັ່ນກັນ;

3 ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນ ຊັກຊ້າບໍລິເວນດ່ານບໍ່ເຕັນ – ບໍ່ຫານ.

4 ລົດໄຟ ລາວ – ຈີນ ຊ່ວຍອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ໂດຍສະເພາະໝາກໄມ້ຂອງໄທ ໄປຍັງ ສປ ຈີນ ໂດຍໃຊ້ເສັ້ນທາງລົດໄຟ ໄທ – ລາວ – ຈີນ ດ້ວຍ.

ພ້ອມນີ້, ຍັງໄດ້ສະເໜີສົນທະນາແລກປ່ຽນ ແລະ ຂໍການແກ້ໄຂຈາກຝ່າຍໄທ ເປັນຕົ້ນ

1. ການສົ່ງອອກສາລີ ໄດ້ຮັບຜົນກະທົບຈາກມາດຕະການທີ່ບໍ່ແມ່ນພາສີ ຈາກຝ່າຍໄທ ນັບແຕ່ປີ 2010 ເປັນຕົ້ນມາ ເຊິ່ງໄດ້ຖືກຈໍາກັດລະດູການໃນການນໍາເຂົ້າສາລີຈາກ ສປປ ລາວ ໂດຍກໍານົດການນຳເຂົ້າສາລີພຽງແຕ່ 07 ເດືອນ/ປີ ເຊິ່ງເລີ່ມແຕ່ວັນທີ 01 ກຸມພາ ຫາ ວັນທີ 31 ສິງຫາ ຂອງທຸກປີ ເຊິ່ງເປັນອຸປະສັກ ແລະ ເພີ່ມຕົ້ນທຶນໃຫ້ແກ່ຜູ້ປະກອບການຫຼາຍຂຶ້ນ ແລະ ໃນທີ່ສຸດຜູ້ປະກອບການກໍຫັນຈາກການປູກສາລີໄປປູກພືດອື່ນທີ່ເສດຖະກິດກວ່າ ແລະ ເຮັດໃຫ້ຜົນຜະລິດສາລີໜ້ອຍລົງ. ອີງຕາມສະຖິຕິການສົ່ງອອກສາລີໄປໄທ ແມ່ນນັບມື້ໜ້ອຍລົງ, ໃນປີ 2013 ບັນລຸເຖິງ 126.903 ໂຕນ ເທົ່າກັບ 40.581.009 ໂດລາສະຫະລັດ ປັດຈຸບັນເຫຼືອພຽງ 22.030 ໂຕນ ເທົ່າກັບ 2.670.900 ໂດລາສະຫະລັດ. ໂດຍສະເໜີຝ່າຍໄທ ພິຈາລະນາຄືນ ຍົກເລີກການນຳໃຊ້ມາດຕະການດັ່ງກ່າວ ໂດຍໃຫ້ສອດຄ່ອງກັບເງື່ອນໄຂຂອງສັນຍາການຄ້າສິນຄ້າຂອງອາຊຽນ.

2 ການນໍາເຂົ້າກາເຟເມັດດິບ ແລະ ກາເຟຂົ້ວ ຈາກລາວໄປໄທ ເຫັນວ່າມີກຳແພງທີ່ບໍ່ແມ່ນອັດຕາພາສີ ໂດຍສະເພາະແມ່ນການຈຳກັດປະລິມານທາງອ້ອມ ດ້ວຍການແບ່ງປັນໂກຕານຳເຂົ້າໃຫ້ຜູ້ປະກອບການທີ່ມີເງື່ອນໄຂ ເຊິ່ງເຫັນວ່າບໍ່ທັນສອດຄ່ອງກັບເງື່ອນໄຂສັນຍາການຄ້າດ້ານສິນຄ້າອາຊຽນ ສະເໜີຝ່າຍໄທ ພິຈາລະນາ ແລະ ແກ້ໄຂ ຕາມທາງຄວນດ້ວຍ.

3 ສະເໜີຝ່າຍໄທ ຊ່ວຍແກ້ໄຂບັນຫາການນຳເຂົ້ານໍ້າມັນປາມ ຈາກປະເທດມາເລເຊຍ ມາຜ່ານແດນໄທ ເພື່ອນຳເຂົ້າ ສປປ ລາວ ໂດຍບໍ່ຈຳກັດປະລິມານ ແລະ ດ່ານ ທີ່ຈະນຳເຂົ້າ ແລະ ສົ່ງຕໍ່ມາ ສປປ ລາວ ເພື່ອເປັນການປະຢັດເວລາ ແລະ ປະຢັດຕົ້ນທຶນໃນການຂົນສົ່ງໃຫ້ພາກທຸລະກິດ.

ສໍາລັບ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ວ່າການກະຊວງພານິດ ແຫ່ງຣາຊະອານາຈັກໄທ ໄດ້ສະເໜີປຶກສາຫາລື ກ່ຽວກັບການເປີດດ່ານເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ອີກ 9 ດ່ານປະເພນີ ຫຼື ດ່ານທ້ອງຖິ່ນທີ່ໄດ້ປິດລົງ ເນື່ອງຈາກສະພາບການລະບາດພະຍາດໂຄວິດ – 19; ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນຊັກຊ້າບໍລິເວນດ່ານບໍ່ເຕັນ – ບໍ່ຫານ ທີ່ມີການປ່ຽນຖ່າຍຫົວລາກລົດກ່ອນຜ່ານໄປຈີນ ເຊິ່ງທາງຝ່າຍລາວມີຫົວລາກລົດໜ້ອຍ ບໍ່ພຽງພໍກັບຄວາມຕ້ອງການຂອງບໍລິສັດເບື້ອງໄທ.

ທັງສອງຝ່າຍໄດ້ຮັບຮູ້ບັນຫາເຊິ່ງກັນ ແລະ ກັນ ແລະ ຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ນໍາສະເໜີຕໍ່ຄະນະລັດຖະບານຂອງຕົນ ເພື່ອພິຈາລະນາແກ້ໄຂໃນຂັ້ນຕໍ່ໄປ.