ພາສີແຂວງບໍ່ແກ້ວ ປະກາດການຈັດຕັ້ງຕຳແໜ່ງບໍລິຫານປະເພດ 6,7 ແລະ 8

320

ວັນທີ 30 ມີນານີ້ ພະແນກການເງິນແຂວງບໍ່ແກ້ວ ໄດ້ປະກາດການຈັດຕັ້ງ ພາສີ ປະຈຳແຂວງ ຕໍາແໜ່ງບໍລິຫານ ປະເພດ 6, 7 ແລະ 8 ໂດຍການເຂົ້າຮ່ວມຂອງ ທ່ານ ສົມພອນ ແກ້ວມະນີ  ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຄະນະພະແນກ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ – ລັດຖະກອນເຂົ້າຮ່ວມ.

ພິທີໄດ້ຜ່ານມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ພິໄລເກດ ເອືອຍມະນີຮັກ ຫົວໜ້າໜ່ວຍງານດ່ານພາສີສາກົນຂົວມິດຕະພາບ 4 ເປັນຫົວໜ້າຂະແໜງສັງລວມ, ກວດກາ ແລະກວດສອບຄືນການແຈ້ງພາສີ, ຍົກຍ້າຍ – ແຕ່ງຕັ້ງທ່ານ ຄໍາເຫງົ້າ ພັນສະຫວ່າງ ຫົວໜ້າໜ່ວຍງານສັງລວມ ກອງກວດກາພາສີ ປະຈຳແຂວງ ເປັນຮອງຫົວໜ້າດ່ານພາສີສາກົນສາມຫຼ່ຽມຄຳ, ຍົກຍ້າຍ – ແຕ່ງຕັ້ງທ່ານ ທີບພະຈັນ ລໍມະນີ ຫົວໜ້າໜ່ວຍງານດ່ານພາສີສາກົນບໍ່ເຕັນແຂວງຫຼວງນ້ຳທາ, ທ່ານ ໜໍ່ຄຳ ວົງໄຊຍາ ຮອງຫົວໜ້າໜ່ວຍງານດ່ານພາສີສາກົນຂົວມິດຕະພາບ 4, ທ່ານ ນາງ ນິດ ສີລິປະເສີດ ຮອງຫົວໜ້າໜ່ວຍງານດ່ານພາສີສາກົນຂົວມີດຕະພາບ 4 ເປັນຮອງຫົວໜ້າຂະແໜງສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ.

ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ກັນຍາສັກ ແກ້ວມະນີ ຫົວໜ້າດ່ານພາສີທ້ອງຖິ່ນຕົ້ນເຜິ້ງ ເປັນຫົວໜ້າດ່ານພາສີທ້ອງຖິ່ນຫ້ວຍຊາຍ, ທ່ານ ທີບພະລັດ ຈັນສະຫວັດ ຮອງຫົວໜ້າໜ່ວຍງານດ່ານພາສີສາກົນບໍ່ເຕັນແຂວງຫຼວງນໍ້ຳທາ, ທ່ານ ບຸນຊາຍ ພັນວັດທະນາກຸນ ພະນັກງານດ່ານພາສີສາກົນຂົວມິດຕະພາບ 4 ເປັນຮອງຫົວໜ້າດ່ານພາສີທ້ອງຖິ່ນຫ້ວຍຊາຍ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ຄຳສາຍ ພູລິຈັນ ຮອງຫົວໜ້າດ່ານພາສີທ້ອງຖິ່ນຫ້ວຍຊາຍ ເປັນຫົວໜ້າດ່ານພາສີທ້ອງຖິ່ນຕົ້ນເຜິ້ງ ແລະ ທ່ານ ສຸດສະດາ ຫຼວງສີໂຍທາ ຮອງຫົວໜ້າດ່ານພາສີປະເພນີບ້ານດ່ານ ເປັນຮອງຫົວໜ້າດ່ານພາສີທ້ອງຖິ່ນຕົ້ນເຜິ້ງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສົມຫວັງ ຊາມົນຕີ ຮອງຫົວໜ້າດ່ານພາສີທ້ອງຖິ່ນຕົ້ນເຜິ້ງ ເປັນຫົວໜ້າດ່ານພາສີປະເພນີບ້ານດ່ານ.


ໂອກາດນີ້ ທ່ານ ສົມພອນ ແກ້ວມະນີ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງ ຈົ່ງສືບຕໍ່ຊອກຮູ້, ຮ່ຳຮຽນເພີ່ມທັດສະນະ, ຄຸນສົມບັດສິນທຳປະຕິວັດ ຍົກສູງພາລະບົດບາດການຊີ້ນຳໆພາໃນການເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ໄດ້ກຳນົດໄວ້, ສືບຕໍ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ແກ່ພະນັກງານທີ່ຢູ່ພາຍໃນຄວາມຮັບຜິດຊອບໃຫ້ມີສະຕິຕໍ່ການຈັດຕັ້ງ, ຕ້ານແນວຄິດກຸ່ມກ້ອນ, ຈຸມເຈື້ອເຊື້ອສາຍ, ປັບປຸງແບບແຜນວິທີການເຮັດວຽກໃຫ້ເຂົ້າສູ່ທັນສະໄໝ, ໂປ່ງໃສ, ຂາວສະອາດ, ເຂັ້ມງວດເດັດຂາດ, ມີຄວາມສາມັກຄີ, ເປັນເອກະພາບໃນການເຄື່ອນໄຫວເຮັດວຽກຕາມການມອບໝາຍ.


ຂ່າວຈາກ: ໜັງສືພິມບໍ່ແກ້ວ