ສີລັງກາ ເຈລະຈາກັບ ອິນເດຍ ເພີ່ມວົງເງິນສິນເຊື່ອ 1 ຕື້ໂດລາ

140

ສຳນັກຂ່າວຣອຍເຕີລາຍງານວ່າ ລັດຖະບານສີລັງກາ ກຳລັງຊອກຫາທຸກວິທີທາງ ເພື່ອນຳເງິນຕາຕ່າງປະເທດມາຊຳລະສະສາງຄ່າສິນຄ້ານຳເຂົ້າ ຫຼັງຈາກທີ່ຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງເຖິງ 70% ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ, ເຮັດໃຫ້ລັດຖະບານຕ້ອງປັບຫຼຸດຄ່າເງິນພາຍໃນປະເທດລົງ ແລະ ພະຍາຍາມຂໍຄວາມຊ່ວຍເຫຼືອຈາກຜູ້ໃຫ້ກູ້ຈາກຕ່າງປະເທດ.

ລາຍງານລະບຸວ່າ: ລັດຖະມົນຕີກະຊວງການຕ່າງປະເທດຂອງສີລັງກາ ໄດ້ເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຂອງອິນເດຍ ເພື່ອເພີ່ມວົງເງິນສິນເຊື່ອ ( ເງິນກູ້ ) ເພີ່ມຂຶ້ນອີກ 1 ພັນລ້ານໂດລາ ເພື່ອນຳໄປຊຳລະສິນຄ້ານຳເຂົ້າ ໂດຍສະເພາະແມ່ນ ເຂົ້າ, ແປ້ງສາລີ, ນ້ຳຕານ, ນ້ຳມັນເຊື້ອໄຟ ແລະ ຢາປົວພະຍາດ ໂດຍອິນເດຍໄດ້ຕອບຕົກລົງຕໍ່ຂໍ້ສະເໜີດັ່ງກ່າວແລ້ວ.

ທັງນີ້, ຄັງສຳຮອງເງິນຕາຕ່າງປະເທດຂອງສີລັງກາບົກແຫ້ງລົງເຫຼືອພຽງ 2.310 ລ້ານໂດລາສະຫະລັດ ໃນເດືອນກຸມພາຜ່ານມາ ເຮັດໃຫ້ການນຳເຂົ້າສິນຄ້າຕ້ອງຢຸດສະງັກ ສົ່ງຜົນໃຫ້ສີລັງກາເກີດການຂາດແຄນສິນຄ້າອຸປະໂພກ – ບໍລິໂພກທີ່ຈຳເປັນ.

ນອກຈາກນີ້, ສີລັງກາ ຍັງມີກຳນົດຊຳລະໜີ້ກັບຕ່າງປະເທດຈຳນວນ 4.000 ລ້ານໂດລາພາຍໃນປີນີ້, ລັດຖະບານຈຶ່ງຫາທຸກຊ່ອງທາງ ເພື່ອກູ້ເງິນມາແກ້ໄຂວິກິດເສດຖະກິດຂອງປະເທດ ໂດຍໃນໄວໆນີ້ ນາຍົກລັດຖະມົນຕີຂອງສີລັງກາ ຈະເດີນທາງໄປອາເມຣິກາ ເພື່ອຂໍຄວາມຊ່ວຍເຫຼືອແຜນກອບກູ້ເສດຖະກິດຈາກກອງທຶນການເງິນລະຫວ່າງປະເທດ.