ສູງອີກແລ້ວມື້ນີ້, ພົບຜູ້ຕິດເຊື້ອໂຄວິດໃໝ່ 2.697 ຄົນ ນະຄອນຫຼວງວຽງຈັນ 1.204 ຄົນ, ຄຳມ່ວນ 250 ຄົນ

78

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 30 ມີນາ ປີ 2022 ວ່າ ມາຮອດວັນທີ 29 ມີນາ 2022 ໄດ້ກວດວິເຄາະທັງໝົດ 5.454 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2.697 ຄົນ (ຕິດເຊື້ອພາຍໃນ 2.681 ຄົນ ແລະ ນໍາເຂົ້າ 16 ຄົນ).


ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2.681 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 1.204 ຄົນ, ຄຳມ່ວນ 250 ຄົນ, ສະຫວັນນະເຂດ 228 ຄົນ, ໄຊຍະບູລີ 167 ຄົນ, ອຸດົມໄຊ 148 ຄົນ, ວຽງຈັນ 124 ຄົນ, ຜົ້ງສາລີ 81 ຄົນ, ບໍລິຄຳໄຊ 73 ຄົນ, ຊຽງຂວາງ 59 ຄົນ


ບໍ່ແກ້ວ 56 ຄົນ, ອັດຕະປື 51 ຄົນ, ໄຊສົມບູນ 47 ຄົນ, ຫຼວງພະບາງ 38 ຄົນ, ເຊກອງ 37 ຄົນ, ສາລະວັນ 35 ຄົນ, ຫຼວງນ້ຳທາ 34 ຄົນ, ຫົວພັນ 31 ຄົນ ແລະ ຈຳປາສັກ 18 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 16 ຄົນ ຈາກ ສະຫວັນນະເຂດ 8 ຄົນ, ນະຄອນຫຼວງ 5 ຄົນ ແລະ ຈຳປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 174.136 ຄົນ, ອອກໂຮງໝໍວານນີ້ 384 ຄົນ, ກຳລັງປິ່ນປົວ 6.546 ຄົນ ແລະ ເສຍຊີວິດທັງໝົດ 664 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກ ແຂວງສະຫວັນນະເຂດ)