ໄປຮູ້ຈັກນັກເຕະ ອາຍຸນ້ອຍທີ່ສຸດ ສາມາດຍິງໄດ້ 2 ປະຕູໃນນັດເປີດລະດູການລາວລີກ 1

184

ເປັນເລື່ອງເດັ່ນໆປະຈໍາອາທິດໄປເລີຍ ສໍາລັບ ທ້າວ ປີເຕີ້ ພັນທະວົງ ນັກເຕະດາວເດັ່ນຂອງ ເອສະຣາ ກາຍເປັນນັກເຕະທີ່ອາຍຸນ້ອຍທີ່ສຸດທີ່ສາມາດຍິງໄດ້ 2 ປະຕູພາຍໃນນັດດຽວຕັ້ງແຕ່ນັດທໍາອິດຂອງການແຂ່ງຂັນລີກສູງສຸດຂອງ ສປປ ລາວ ກໍຄື ເປບຊີ ລາວລີກ 1 ລະດູການ 2022.

ປີເຕີ້ ກ້າວຂຶ້ນຈາກນັກເຕະເຍົາວະຊົນຂຶ້ນໄປຫຼິ້ນໃນຊຸດໃຫຍ່ໃຫ້ກັບ ເອສະຣາ ເອັຟຊີ ໃນໂກຕ້ານັກເຕະອາຍຸນ້ອຍທີ່ສຸດສາມາດພາທີມລົງສະໜາມນັດທຳອິດ ເອົາຊະນະ ກອງທັບ 2-1 ການແຂ່ງຂັນເປບຊີ ລາວລີກ 1 ເມື່ອວັນທີ 19 ມີນາ ທີ່ຜ່ານມາ ເຊິ່ງທີ່ໂດດເດັ່ນໄປກວ່ານັ້ນກໍຄື 2 ປະຕູທີ່ໄດ້ມາຈາກກອງໜ້າດາວເດັ່ນຂອງທີມ ປີເຕີ້ ພັນທະວົງ ອາຍຸພຽງ 16 ປີເທົ່ານັ້ນ (ເບິ່ງຄລິບການຍິງປະຕູໄດ້ລຸ່ມນີ້)

ຈາກຜົນດັ່ງກ່າວ ເຮັດໃຫ້ ເອສະຣາ ເອັຟຊີ ເກັບ 3 ຄະແນນທໍາອິດແຕ່ນັດທໍາອິດ ພ້ອມທັງເຮັດໃຫ້ນີ້ອາດເປັນຄັ້ງປະຫວັດສາດໃນລີກສູງສຸດຂອງ ສປປ ລາວ ຫຼັງຈາກປ່ຽນມາຈາກ ລາວລີກ ມາເປັນ ລາວລີກ 1 ທີ່ນັກເຕະອາຍຸ 16 ປີສາມາດຍິງຄົນດຽວ 2 ປະຕູພາຍໃນນັດດຽວໄດ້ສໍາເລັດ ພ້ອມທັງກາຍເປັນຄວາມຫວັງຂອງທີມໃນອະນາຄົດອີກດ້ວຍ. ນອກນັ້ນ, ແລງມື້ນີ້ວັນທີ 30 ມີນາ 2022 ປີເຕີ້ ຍັງມີນັດພາ ເອສະຣາ ເອັຟຊີ ລົງສະໜາມຮັບການມາຢາມຂອງ ວຽງຈັນ ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເວລາ 18:00 ໂມງ

ຫຼັງຈົບການແຂ່ງຂັນນັດທໍາອິດ ທີມງານພວກເຮົາໄດ້ສົນໃຈກັບຄວາມສາມາດຂອງເດັກນ້ອຍຄົນ ທີ່ເກີນຕົວຈິ່ງໄດ້ຕິດຕໍ່ຫາເພື່ອສອບຖາມ ໂດຍ ປີເຕີ້ ພັນທະວົງ ເລົ່າວ່າ: ປັດຈຸບັນນ້ອງອາຍຸພຽງ 16 ປີເກີດວັນທີ 15 ກຸມພາ 2006 ເຊິ່ງປີນີ້ປີ 2022 ກໍເປັນອີທີ່ດີອິກປີທີ່ມີໂອກາດໃດ້ເຕະ ໃນລີກສູງສຸດຂອງ ສປປ ລາວ ດ້ວຍໂຄຕ້າອາຍຸນ້ອຍ ເຊິ່ງກໍສາມາດຍິງໄດ້ 2 ປະຕູແຕ່ນັດທໍາອິດ ເຊິ່ງກໍຕ້ອງຍົກຜົນງານໃຫ້ກັບເພື່ອນຮ່ວມທີມທີ່ຊ່ວຍກັນຕັ້ງແຕ່ຕົ້ນຈົນຈົບເກມ ລວມເຖິງແຟນບານ ເອສະຣາ ເອັຟຊີ ທຸກຄົນ.

ປີເຕີ້ ກ່າວອີກວ່າ: ບ້ານເກີດຂອງນ້ອງແມ່ນບ້ານຫົວແຊ ເມືອງບາຈຽງ ແຂວງຈໍາປາສັກ ໄດ້ຂຶ້ນມາຢູ່ກັບ ເອສະຣາ ໃນນະຄອນຫຼວງວຽງຈັນ ແລະ ເລີ່ມຫຼີ້ິ້ນໃຫ້ກັບ ສະໂມສອນ ເອສະຣາ ປີທໍາອິດໃນປີ 2017 ເຊິ່ງຜົນງານທີ່ຜ່ານມາເຄີຍໃດ້ແຊັມກັບ ເອສະຣາ ເອັຟຊີ ໃນການແຂ່ງຂັນບານເຕະຊີງຂັນ ສຕລ ໃນຮຸ່ນອາຍຸບໍ່ເກີນ 15 ປີ ( 2 ສະໄໝປີ 2018-2019 ) ແລະ ກໍຍັງໄດ້ລາງວັນດາວຍິງສູງສຸດປະຈໍາລາຍການອີກດ້ວຍ ຫຼັງຈາກນັ້ນຍັງໃດ້ຄວ້າແຊັມອິກຫຼາຍໆລາຍການໃນປະເທດ ແລະ ກໍເຄີຍໄປແຂ່ງຂັນກັບ ເອສະຣາ ເອັຟຊີ ໃນລາຍການທີ່ປະເທດໄທ ລາຍການ CP meji ທີ່ບູຣີຣໍາ ເຊິ່ງປັດຈບັນແມ່ນຮຽນຢູ່ ມໍ 7 ທີ່ໂຮງຮຽນມັດທະຍົມສົມບູນ ນາຊາຍທອງ.

ສ່ວນຜົນງນາທີມຊາດ ເຄີຍຕິດ ທິມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ໄປເຊິ່ງຂັນບານເຕະຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີທີ່ປະເທດໄທ ລົງແຂ່ງຂັນທັງ 5 ນັດ ແລະ ກໍໄດ້ຮັບໂອກາດລົງສະໜາມທັງ 5 ນັດ ແລະ ຫຼັງຈາກນັ້ນທີມຊາດໃດ້ເອີ້ນຫລາຍໆຊຸດແຕ່ບໍ່ມີໂອກາດທີ່ຈະໃດ້ໄປຝືກຊ້ອມດ້ວຍພະຍາດໂຄວິດ19 ແລະ ອາກາດບາດເຈັບໃດ້ມາລົບກວນຫຼາຍເທືອ່ ເຊິ່ງປັດຈຸບັນແມ່ນກັບມາສົມບູນ.

ຂ່າວ: ຫຼ້າ MKP; ຂອບໃຈຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ