ທີມຊາດລາວ ພາຍໃຕ້ການນໍາທີມຂອງຄູຝຶກໃໝ່ຊະນະນັດທີ 4 ຂອງປີ ພ້ອມຊະນະ ບຣູໄນ 7 ນັດລວດ

105

ທີມຊາດລາວ ຊຸດປີ 2022 ຜົນງານໂດດເດັ່ນຕໍ່ເນື່ອງ ຫຼ້າສຸດສາມາດເອົາຊະນະ ທີມຊາດບຣູໄນ 3-2 ໃນການແຂ່ງຂັນບານເຕະນັດອຸ່ນເຄື່ອງຕາມປະຕິທິນຂອງ ຟີຟາ ເມື່ອວັນທີ 27 ມີນາ 2022 ເຮັດໃຫ້ ເປັນໄຊຊະນະນັດທີ 4 ໃນປີນີ້ຂອງ ທີມຊາດລາວ ພາຍໃຕ້ການນໍາທີມຂອງຫົວໜ້າຄູຝຶກໃໝ່ ພິເສດກໍຍັງເປັນການເອົາຊະນະ ບຣູໄນ ເປັນນັດທີ 7 ນັດລວດນັບແຕ່ປີ 2006 ເປັນຕົ້ນມາ (ເບິ່ງ 8 ປະຕູຂອງທີມຊາດລາວ ໄດ້ທີ່ຄລິບລຸ່ມນີ້)

ເຊິ່ງນັດທີ່ພົບກັບ ບຣູໄນ ເມື່ອວັນທີ 27 ມີນາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທີມຊາດລາວ ເຮັດໄດ້ດີຫຼາຍຄອງເກມຫຼາຍກວ່າ ແລະ ມີໂອກາດຍິງແບບເປັນກອບເປັນກໍາ ຈົນໄດ້ 3 ປະຕູລວດຈາກ ພຸດທະວົງ ສັງວິໄລ ນາທີໆ 6, ໂຈນີ ແຫວນປະເສີດ ນາທີໆ 27 ແລະ ພິທັກ ກອງມາທິລາດ ນາທີໆ 33 ກ່ອນທີ່ ບຣູໄນ ຈະໄລ່ມາເປັນ 1-3 ຈາກການຍິງຂອງ MUHAMMAD AZWAN ALI RAHMAN ນາທີໆ 39 ກ່ອນຈົບເຄິ່ງເວລາທໍາອິດ.

ສ່ວນເຄິ່ງເວລາທີ 2 ທີມຊາດລາວ ກໍເລີ່ມມີການປ່ຽນຕົວຜູ້ຫຼິ້ນ ແລະ ກໍມີໂອກາດຍິງຫຼາຍພໍສົມຄວນ ແຕ່ບໍ່ດີພໍທີ່ຈະເປັນປະຕູ. ຂະນະທີ່ ບຣູໄນ ກໍມີໂອກາດເຊັ່ນກ່ອນມາໄດ້ປະຕູຈາກການຍິງຂອງ HAKEME YAZID SAID ນາທີໆ 72 ແລະ ສຸດທ້າຍບໍ່ມີປະຕູເພີ່ມຈົບການແຂ່ງຂັນ ທີມຊາດລາວ ບຽດເອົາຊະນະ 3-2.

ເຊິ່ງໄຊຊະນະນັດນີ້ເຮັດໃຫ້ ທີມຊາດລາວ ພາຍໃຕ້ການນໍາທີມຂອງ ທ່ານ ໄມເຄິລ ໄວທ໌ ຄູຝຶກຊາວເຢຍລະມັນ ເກັບໄຊຊະນະນັດທີ 4 ຈາກ 5 ນັດນັດຄື: ນັດທໍາອິດ ຊະນະ ມາເລເຊຍ 2-1, ນັດທີ 2 ຊະນະ ມາເລເຊຍ 2-0 ໃນຮອບແບ່ງກຸ່ມບານເຕະຊີງແຊັມອາຊຽນ 2022 ຮຸ່ນອາຍຸບໍ່ເກີນ 23 ປີ, ສ່ວນນັດທີ 3 ເສຍໃຫ້ກັບ ທີມຊາດໄທ ໃນຮອບ 4 ທີມສຸດທ້າຍ. ຂະນະທີ່ ອີກ 2 ນັດແມ່ນຈາກທີມຊາດລາວ ຊຸດໃຫຍ່ ທີ່ສາມາດເອົາຊະນະ ມົງໂກລີ ແລະ ບຣູໄນ ໃນເດືອນມີນາ 2022. ນອກນັ້ນ ໄຊຊະນະນັດນີ້ ຍັງເຮັດໃຫ້ ທີມຊາດລາວ ຮັກສາມາດຕະຖານກໍຄືເອົາຊະນະ ໄດ້ທັງໝົດຈາກການພົບກັນນັບແຕ່ປີ 2006 ເປັນຕົ້ນມາ.

ສໍາລັບ ນັກເຕະທີມຊາດລາວ ຊຸດນີ້ຈະແຍກຍ້າຍກັບໄປຮັບໃຊ້ສະໂມສອນເຂົ້າຮ່ວມແຂ່ງຂັນໃນລີກສູງສຸດຂອງ ສປປ ລາວ ແລະ ໄທລີກ ເຊິ່ງຄາດວ່າຈະກັບມາລວມຕົວກັນອີກຄັ້ງໃນກາງເດືອນເມສາ 2022 ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນບານເຕະ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2022.
ຂ່າວ: ຫຼ້າ MKP; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ