ມູນຄ່າການຄ້າ ປີ2021 ບັນລຸ 13.514 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 20,4%

240

ປີ 2021 ມູນຄ່າການຄ້າຂອງລາວ ບັນລຸ 13.514 ລ້ານໂດລາສະຫະລັດ, ໃນນັ້ນ ມູນຄ່າການສົ່ງອອກບັນລຸໄດ້ 7.627 ລ້ານໂດລາ, ສ່ວນມູນຄ່າການນຳເຂົ້າບັນລຸໄດ້ 5.887 ລ້ານໂດລາ. ສ່ວນປີ 2022 ຕັ້ງເປົ້າມູນຄ່າການຄ້າ ໃຫ້ບັນລຸ 13.650 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 7.600 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 6.050 ລ້ານໂດລາສະຫະລັດ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ລາຍງານຜົນສໍາເລັດ 1 ປີຜ່ານມາຂອງ ຂະແໜງ ອຸດສາຫະກຳ ແລະ ການຄ້າ(ອຄ) ຕໍ່ກອງປະຊຸມປະຈຳປີ 2021 ແລະ ວາງທິດທາງ 2022 ທີ່ມີຂຶ້ນໃນວັນທີ 24-25 ມີນາ 2022 ໂດຍການເປັນປະທານ ຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ວ່າ:  ການປະຕິບັດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2021 ຂອງຂະແໜງ ອຄ ມີດັ່ງນີ້:

ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປີ 2021 ບັນລຸໄດ້ 11 ພັນຕື້ກວ່າກີບ ເທົ່າກັບ 86,26% ຂອງແຜນປີ (ແຜນປີແມ່ນ 13.771 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫຼຸດລົງ 6,84%.

ດ້ານການຄ້າພາຍໃນ: ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການ) ປີ 2021 ບັນ ລຸໄດ້ 61 ພັນຕື້ກວ່າກີບ ເທົ່າກັບ 85% ຂອງແຜນການປີ (ແຜນປີແມ່ນ 71.882 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫຼຸດລົງ 3,55%.

ດ້ານການຄ້າຕ່າງປະເທດ: ມູນຄ່າການນຳເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດປະມານ 13.514 ລ້ານໂດລາສະຫະລັດ (ລວມທັງຕົວເລກຄາດຄະເນການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ) ເທົ່າກັບ 104.2% ຂອງແຜນການປີ 2021 (ມະຕິສະພາແຫ່ງຊາດ ສະບັບເລກທີ 12/ສພຊ, ລົງວັນທີ 01 ພະຈິກ 2020) ທຽບໃສ່ ປີ 2020 ແມ່ນເພີ່ມຂຶ້ນ 20,4%; ເຊິ່ງໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 7.627 ລ້ານໂດລາ ເພີ່ມຂຶ້ນ 23,9% ແລະ ປະຕິບັດໄດ້ 115,9% ຂອງແຜນການປີ 2021, ສ່ວນມູນຄ່າການນຳເຂົ້າບັນລຸໄດ້ 5.887 ລ້ານໂດລາ ເພີ່ມຂຶ້ນ 16,2% ແລະ ປະຕິບັດໄດ້ 92.2% ຂອງແຜນການປີ 2021. ຈາກຕົວເລກດັ່ງກ່າວແມ່ນເຫັນວ່າ ມູນຄ່າການຄ້າແມ່ນເກີນດຸນ 1.740 ລ້ານໂດລາສະຫະລັດ; ຢ່າງໃດກໍຕາມ, ຖ້າຫາກບໍ່ລວມຕົວເລກນຳເຂົ້າ ແລະ ສົ່ງອອກໄຟຟ້າ, ສປປ ລາວ ຍັງຈະຂາດດຸນ 228 ລ້ານໂດລາ.


ສ່ວນທິດທາງແຜນການປະຈໍາປີ 2022 ໃນຂົງເຂດອຸດສາຫະກໍາ ແລະ ການຄ້າ ແມ່ນມີດັ່ງນີ້: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນໃຫ້ບັນລຸ 13.007 ຕື້ກີບ. ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ ຄາດຄະເນໃຫ້ບັນລຸ 67.833 ຕື້ກີບ. ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 13.650 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 7.600 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 6.050 ລ້ານໂດລາສະຫະລັດ.