ເລືອກບໍ່ຖືກເລີຍ 6 ໜຸ່ມຫຼໍ່ ຈາກເວທີ Mister Laos Mister International Laos 2021

168

ເອີ້ນໄດ້ວ່າເລືອກໃຜໃຈກໍເຈັບ ເພາະມີຄວາມຫຼໍ່, ເທ້ແບບແຕກຕ່າງກັນໄປຄົນລະຮູບແບບ ເຊິ່ງມື້ນີ້ທີມຂ່າວບັນເທີງຈະພາໄປຊົມ 6 ໜຸ່ມຫຼໍ່ ຈາກເວທີ Mister Laos Mister International Laos ໃນການໄປອອກງານສັງຄົມ ເຊິ່ງແຕ່ລະຄົນກໍກິນກັນບໍ່ລົງອີ່ຫຼີ ເພາະ ຄວາມໂດດເດັ່ນສະດຸດຕາຂອງແຂກທີ່ມາຮ່ວມງານເປັນຢ່າງດີ.

ການໄປຮ່ວມງານໃນຄັ້ງນີ້ ນໍາທັບໂດຍ ສົມແພງ ລາວເຊີງ ຫຼື ອາສຸນ ບ່າວຫຼໍ່ຈາກເມືອງຍອດອູ ແຂວງຜົ້ງສາລີ ແລະ ປັດຈຸບັນແມ່ນກໍາລັງດໍາລົງຕໍາແໜ່ງ Mister Laos 2021 ຜູ້ມີຄະຕິປະຈໍາໃຈ “ ທຸກໆອຸປະສັກຍ່ອມມີທາງອອກສະເໝີ ”.

ໜຸ່ມຄົນຕໍ່ມາກໍຄື ວຽງຄຳ ຈັນທະວົງສາ ເຈົ້າຂອງຕໍາແໜ່ງ Mister Model Laos2021 ທີ່ມີຄວາມຫຼໍ່, ເທ້ ແລະ ມີເອກະລັກເປັນຂອງຕົນເອງ ແຖມຍັງເປັນເທຣນເນີສອນອອກກໍາລັງກາຍ ຈາກນະຄອນຫຼວງວຽງຈັນເຮົານີ້ເອງ ແລະ ມີຄະຕິປະຈໍາໃຈ “ ເຖິງແມ່ນວ່າຈະລົ້ມຈັກເທື່ອກໍຈະລຸກຂຶ້ນ ແລະ ກ້າວຕໍ່ໄປ ພັດທະນາຕົນເອງຢ່າງບໍ່ຢຸດຢ່ອນ ເພື່ອໃຫ້ໄປຮອດເປົ້າໝາຍທີ່ຕົນເອງຕັ້ງໄວ້ ”.

ໜຸ່ມຄົນຕໍ່ມາກໍຄື ຈ່ອນນີ້ ລັດຕະນະວົງ ຜູ້ທີ່ໄດ້ຮັບລາງວັນ The Best Perfect Boy2021 ແລະ The the Best Swimming wear 2021 ເປັນໜຸ່ມທີ່ມີຮູບຮ່າງເປັນເອກະລັກ ມີຄວາມບຶກບືນ ເຊິ່ງທີມຂ່າວບັນເທີງກໍໄດ້ນໍາສະເໜີເລື່ອງລາວຂອງນ້ອງໄປໃນເມື່ອບໍ່ດົນມານີ້ກັບການເປັນພຣີເຊັນເຕີໂຄສະນາໃຫ້ກັບລົດບັນທຸກຄ້າຍໜຶ່ງ ເຊິ່ງເອີ້ນໄດ້ວ່າແຕ່ລະຄົນທີ່ຜ່ານການປະກວດຈາກເວທີດັ່ງກ່າວແມ່ນມີງານເຂົ້າແບບບໍ່ຢຸດຢ່ອນເລີຍ ສໍາລັບຄະຕິປະຈໍາໃຈຂອງ ຈ່ອນນີ້ແມ່ນ ” ຈົ່ງເປັນໂຕຂອງໂຕເອງໃນເວີຊັນທີ່ດີກວ່າເກົ່າ ຮູ້ຈັກຮັບຟັງ ແລະ ແຍກແຍະຄຳຕິຊົມຂອງຄົນອື່ນ… ແຕ່ກໍບໍ່ຄວນເກັບທຸກຄຳເວົ້າມາໃສ່ໃຈ… ຈົ່ງເລືອກສະເພາະຄຳເວົ້າທີ່ມີປະໂຫຍດ ແລະ ມີຜົນທີ່ຈະເຮັດໃຫ້ການພັດທະນາຂອງເຮົາດີຂຶ້ນໄປເທົ່ານັ້ນ…”.

ພ້ອມນີ້ກໍມີໜຸ່ມຄໍາປະສົງ ອຸດທະຍອດ ຫຼື ກິໂຕ້ ຜູ້ຜ່ານເຂົ້າຮອບ 10 ຄົນ ຈາກເວທີ Mister Laos Mister International Laos 2021 ແລະ ຍັງໄດ້ລາງວັນ Sharming Smile ແລະ Popular Vote ນອກຈາກນີ້, ຍັງມີຜົນງານການເດີນແບບ, ຖ່າຍແບບ ແລະ ຖ່າຍໂຄສະນາຕ່າງໆມາແລ້ວ ສໍາລັບຄະຕິປະຈໍາໃຈແມ່ນ “ ບໍ່ມີສິ່ງໃດທີ່ເຮັດບໍ່ໄດ້ ຂໍພຽງແຕ່ເຮົາຕັ້ງໃຈ ແລະ ມີເປົ້າໝາຍ ທຸກຢ່າງສາມາດປະສົບຜົນສຳເລັດຢ່າງແນ່ນອນ ”.

ນອກຈາກນີ້, ໜຸ່ມຄົນຕໍ່ມາກໍຄື ສິດປະເສີດ ສີອິນທະວົງ ຫຼື ແຊມ ຕົວແທນຈາກນະຄອນຫຼວງວຽງຈັນ ໃນການປະກວດຄັ້ງນັ້ນ ທີ່ໄດ້ຜ່ານເຂົ້າຮອບ 5 ຄົນສຸດທ້າຍ ແລະ ໄດ້ຮັບລາງວັນ Mister The Barber Laos 2021 ໄປຄອງ ທີ່ໄດ້ໄປຮ່ວມງານນີ້ເຊັ່ນດຽວກັນ ສໍາລັບໜຸ່ມແຊມ ມີຄະຕິປະຈໍາໃຈຢູ່ວ່າ “ ດຸໝັ່ນ ແລະ ອົດທົນ ເປັນຫົນທາງສູ່ຜົນສໍາເລັດ Hard working and patient are the ways to be successful ”.

ມາຕໍ່ກັນທີ່ໜຸ່ມຄົນສຸດທ້າຍ ກໍຄືໜຸ່ມຈັນຊະນະຊົນ ສຸວັນນະວົງ ຫຼື ຈີ່ມມີ່ ຜູ້ຜ່ານເຂົ້າຮອບ 5 ຄົນສຸດທ້າຍ ໃນການປະກວດ Mister Laos Mister International Laos 2021 ແລະ ໄດ້ຮັບລາງວັນ Mister Photogenic 2021 ມາຄອງ ເປັນອີກໜຶ່ງໜຸ່ມທີ່ຮອຍຍິ້ມມີສະເໜ່ສຸດໆ ແລະ ກໍມີຄະຕິປະຈໍາໃຈຢູ່ວ່າ: “ ຈົ່ງເຊື່ອ ແລະ ສັດທາໃນເສັ້ນທາງຂອງຕົນ ໝັ່ນຝຶກຝົນສູ້ຊົນ ແລະ ພັດທະນາຢ່າຍອມແພ້ຕໍ່ອຸປະສັກທີ່ເຂົ້າມາ ຈົ່ງກ້າວໜ້າເພື່ອໄຊຊະນະທີ່ຍິ່ງໃຫຍ່ ”.

ນີ້ກໍແມ່ນການພາໄປຊົມພາບຄວາມຫຼໍ່ຂອງທັງ 6 ໜຸ່ມ ໃນການໄປອອກງານ ພ້ອມທັງມາບອກຄະຕິປະຈໍາໃຈຂອງທັງ 6 ຄົນ ໃຫ້ໄດ້ຮູ້ອີກດ້ວຍ ເຊິ່ງທຸກຄົນສາມາດຕິດຕາມຜົນງານຂອງທຸກຄົນໄດ້ຜ່ານທາງເພຈເວທີ Mister Laos Mister International Laos ນັ້ນເອງ.