ອຸໂມງທາງດ່ວນມືດມີສາເຫດ, ຮູ້ຄຳຕອບແລ້ວຄິດນຳນັກລົງທຶນ

202

ປະກົດວ່າຜ່ານມາ ມັກມີສຽງແວ່ວໆເລື່ອງທາງດ່ວນມືດ ໃນຊ່ວງຫຼັງມານີ້ ໃຜທີ່ເດີນທາງດ້ວຍທາງດ່ວນ ຈາກນະຄອນຫຼວງວຽງຈັນຫາ ວັງວຽງ ຊ່ວງຜ່ານອຸໂມງເຫັນວ່າມີຄວາມມືດຈົນມີຜູ້ຂັບຂີ່ທີ່ນຳໃຊ້ທາງດ່ວນ ໄດ້ສອບຖາມພະນັກງານບໍລິຫານທາງດ່ວນວ່າ “ ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ, ໄຟຄືບໍ່ເປີດ?” ທີ່ແທ້ມີສາເຫດ.

ຫຼ້າສຸດນີ້ ທາງເພຈທາງດ່ວນ ວຽງຈັນ-ວັງວຽງ ໄດ້ອອກມາຕອບຂໍ້ສົງໄສໃຫ້ກັບສັງຄົມແລ້ວ ໃນເບື້ອງຕົ້ນວ່າ: ຄວາມຈີງຄືອຸໂມງມິດຕະພາບຂອງ ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ຕັ້ງຢູ່ຈຸດກິໂລແມັດ K63+380. ບັນດາສາຍໄຟ, ສາຍສົ່ງສັນຍານການສື່ສານ, ອຸປະກອນໃນຕູ້ກະຈາຍໄຟທີ່ຢູ່ໃນອຸໂມງຕ່າງໆຖືກລັກຂະໂມຍ ແລະ ທຳລາຍ ເນື່ອງຈາກອຸປະກອນໃນອຸໂມງສ່ວນໃຫຍ່ແມ່ນສາຍໄຟ, ເປັນໂລຫະທີ່ມີມູນຄ່າສູງເຊັ່ນ: ທອງແດງ, ທາດເຫຼັກ ແລະ ອື່ນໆ.

ສະນັ້ນຈຶ່ງມີການຖືກລັກຂະໂມຍຊ້ຳຊ້ອນຫຼາຍຄັ້ງ ເຖິງແມ່ນວ່າ ພະນັກງານທາງດ່ວນໄດ້ລົງໄປສ້ອມແປງ ແລະ ປ່ຽນສາຍໄຟ, ເຊິ່ງອຸປະກອນ ແລະ ສາຍໄຟສຳຮອງທີ່ນຳໄປສ້ອມແປງຍັງມີປາກົດການທີ່ຖືກລັກຂະໂມຍອີກ. ດັ່ງນັ້ນ ສາຍໄຟໃນອຸໂມງທີ່ຖືກລັກຂະໂມຍ, ຈະພາໃຫ້ມີບັນຫາດັ່ງລຸ່ມນີ້:

  1. ບໍ່ສາມາດສະໜອງໄຟພາຍໃນອຸໂມງໄດ້, ເຮັດໃຫ້ບໍ່ມີແສງສະຫວ່າງ, ສະນັ້ນ, ອຸໂມງຈະມືດຢູ່ຕະຫຼອດເວລາ, ເຊິ່ງຈະມີຄວາມສ່ຽງສູງຕໍ່ຍານພາຫະນະທີ່ສັນຈອນໄປມາ.
  2. ສາຍສົ່ງສັນຍານການສື່ສານຖືກລັກຂະໂມຍ, ກ້ອງວົງຈອນປິດທີ່ຢູ່ອ້ອມຂ້າງອຸໂມງຈະບໍ່ສາມາດໃຊ້ງານໄດ້, ເຊິ່ງເຮັດໃຫ້ພະນັກງານບໍລິຫານທາງດ່ວນບໍ່ສາມາດພົບເຫັນອຸປະຕິເຫດທີ່ເກີດຂຶ້ນຢູ່ຕາມຂອບເຂດໃກ້ຄຽງອຸໂມງໄດ້ທັນເວລາ, ຫາກວ່າມີອຸປະຕິເຫດເກີດຂຶ້ນແຖວຂອບເຂດໃກ້ຄຽງອຸໂມງ, ຈະບໍ່ສະດວກຕໍ່ການກູ້ໄພອຸປະຕິເຫດຢ່າງທັນການ.

  1. ສາຍໄຟຖືກລັກຂະໂມຍ, ອຸປະກອນດັບເພີງໃນອຸໂມງຈະບໍ່ສາມາດໃຊ້ງານຕາມປົກກະຕິໄດ້, ຫາກວ່າໃນອຸໂມງເກີດເຫດໄຟໄໝ້, ຈະບໍ່ສາມາດດັບໄຟໄດ້ຢ່າງທັນເວລາ.

ດັ່ງນັ້ນ ຂໍຮຽກຮ້ອງໃຫ້ປະຊາຊົນຈົ່ງເປັນຫູເປັນຕາຊ່ວຍກັນ ແລະປະຊາຊົນເຂດໃກ້ຄຽງຈົ່ງໃຫ້ຄວາມຮ່ວມມືໃນການປົກປັກຮັກສາທາງດ່ວນເສັ້ນທຳອິດຂອງລາວໃຫ້ໄດ້ໃຊ້ງານຍາວນານ ແລະໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໄປໃນອະນາຄົດ.

ຈາກ: Vientiane-Vangvieng Express way ທາງດ່ວນ ວຽງຈັນ-ວັງວຽງ