ພົບຜູ້ຕິດເຊື້ອໂຄວິດໃໝ່ມື້ນີ້ 1.263 ຄົນ, ນະຄອນຫຼວງວຽງຈັນ 501 ຄົນ

66

ຄະນະສະເພາະກິດ, ຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 28 ມີນາ ປີ 2022 ວ່າມາຮອດວັນທີ 27 ມີນາ 2022 ໄດ້ກວດວິເຄາະທັງໝົດ 3.134 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.263 ຄົນ (ຕິດເຊື້ອພາຍໃນ 1.236 ຄົນ ແລະ ນໍາເຂົ້າ 27 ຄົນ).


ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 1.236 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້

.

ນະຄອນຫຼວງ 501 ຄົນ, ອຸດົມໄຊ 118 ຄົນ, ວຽງຈັນ 81 ຄົນ, ສະຫວັນນະເຂດ 78 ຄົນ, ໄຊຍະບູລີ 77 ຄົນ, ບໍລິຄຳໄຊ 66 ຄົນ, ອັດຕະປື 65 ຄົນ, ຫົວພັນ 55 ຄົນ, ຄຳມ່ວນ 51 ຄົນ, ຫຼວງພະບາງ 27 ຄົນ, ບໍ່ແກ້ວ 26 ຄົນ
ສາລະວັນ 23 ຄົນ, ຊຽງຂວາງ 22 ຄົນ, ໄຊສົມບູນ 15 ຄົນ, ຫຼວງນ້ຳທາ 11 ຄົນ, ຜົ້ງສາລີ 11 ຄົນ, ຈຳປາສັກ 5 ຄົນ ແລະ ເຊກອງ 4 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 27 ຄົນ ຈາກ ຄຳມ່ວນ 8 ຄົນ, ຫົວພັນ 7 ຄົນ, ນະຄອນຫຼວງ 6 ຄົນ, ຈຳປາສັກ 4 ຄົນ, ສະຫວັນນະເຂດ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 169.256 ຄົນ, ອອກໂຮງໝໍວານນີ້ 426 ຄົນ, ກຳລັງປິ່ນປົວ 6.510 ຄົນ ແລະ ເສຍຊີວິດທັງໝົດ 661 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກແຂວງຄຳມ່ວນ)