ແຈ້ງຢຸດການຂົນສົ່ງລົດໄຟຖ້ຽວ C84/3 ຊົ່ວຄາວ

349

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດແຈ້ງເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ ແຈ້ງກ່ຽວກັບການຢຸດການຂົນສົ່ງລົດໄຟຖ້ຽວ C84/3 ຊົ່ວຄາວ.


ອີງຕາມຄວາມຈຳເປັນຂອງການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ການປັບປຸງແລກ ປ່ຽນພະນັກງານບໍລິການລົດໄຟ, ໃນລະຫວ່າງວັນທີ 28-31 ມີນາ 2022 ນີ້ ລົດໄຟຂົນສົ່ງຜູ້ໂດຍ ສານ ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ຖ້ຽວ C84/3 ແມ່ນຈະໄດ້ຢຸດການຂົນສົ່ງຊົ່ວຄາວ.


ທາງບໍລິສັດຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ, ພ້ອມດຽວກັນນີ້ພວກເຮົາກໍຂໍສະແດງຄວາມຂອບໃຈມາຍັງຜູ້ໂດຍສານທຸກທ່ານທີ່ໃຫ້ການສະໜັບສະໜຸນທາງລົດໄຟລາວ-ຈີນມາໂດຍຕະຫຼອດ.


ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ