ຮອງນາຍົກ ສອນໄຊ ສີພັນດອນ ເນັ້ນໃຫ້ຂະແໜງອຸດສະຫະກຳແລະການຄ້າ ເອົາໃຈໃສ່ 6 ບັນຫາ ໂດຍສະເພາະຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໃຫ້ຫຼາກຫຼາຍ ມີຄຸນນະພາບ

188

ກອງປະຊຸມປະຈຳປີ 2021 ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ດໍາເນີນລະຫວ່າງ ວັນທີ 24-25 ມີນາ 2022 ໂດຍການເປັນປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ໃນພິທີປິດກອງປະຊຸມ ໄດ້ຮັບກຽດໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປລາວ.

ທ່ານ ສອນໄຊ ສີພັນດອນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຍາດຜົນງານເດັ່ນມາໄດ້ໃນໄລຍະທີຜ່ານ ແລະ ໃນຊຸມປີຕໍ່ໜ້າ ໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມ 6 ບັນຫາໃຫຍ່ຄື: 1) ແນ່ໃສ່ການປັບປຸງກົນໄກ ການປະສານງານທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໃຫ້ໄປໃນທິດທາງດຽວກັນຢູ່ພາຍໃນ ແລະ ກັບຂະແໜງທັງສູນກາງ ແລະ ທ້ອງຖິ່ນ;

2) ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງເພື່ອແກ້ໄຂຂອດຂັ້ນລະບອບ, ລະບຽບ ແລະ ການບໍລິຫານຄຸ້ມຄອງຂອງລັດທີ່ຍັງກົດໜ່ວງຖ່ວງດືງ ໃຫ້ແກ່ການເລີ່ມຕົ້ນ ແລະ ການເຄື່ອນໄຫວທຸລະກິດ ໃນຕໍ່ໜ້າຂອງຂະແໜງອຸດສາຫະກໍາການຄ້າ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ປັບປຸງລະບຽບການ ແລະ ກົນໄກການບໍລິຫານຄຸ້ມຄອງໃຫ້ສອດຄ່ອງຕາມທິດຊີ້ນໍາລວມທີ່ພັກ ລັດຖະບານວາງອອກເຊັ່ນ ການຄຸ້ມຄອງທີ່ກະທັດຮັດໂປ່ງໃສ ແລະ ບໍ່ໃຫ້ມີຫຼາຍຂັ້ນຂອດ ແຕ່ໃຫ້ຮັດກຸມ, ສືບຕໍ່ແບ່ງສິດ ແລະ ຂັ້ນຄວາມຮັບຜິດຊອບໃຫ້ສູນກາງ ແລະ ທ້ອງຖິ່ນຕາມນະໂຍບາຍສາມສ້າງ;

3) ສືບຕໍ່ແກ້ໄຂບັນຫາ ແລະ ຂອດຂັ້ນພ້ອມທັງກໍານົດນະໂຍບາຍທີ່ເໜາະສົມ ເພື່ອກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໃຫ້ມີສິນຄ້າຫຼາກຫຼາຍ, ທັງປະລິມານ, ຄຸນະພາບ ແລະ ລາຄາທີ່ແກ່ງແຍ່ງແຂ່ງຂັນກັນ ໃນຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ;4) ການປະຕິບັດພາລະບົດບາດ ການຄຸ້ມຄອງລາຄາ ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວວລ້ອມໃນການແຂ່ງຂັນທຸລະກິດ ເປັນຫາທີ່ຕ້ອງແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິການເປັນຢູ່ຂອງປະຊາຊົນບັນດາເຜົ່າ;

.

5)ບັນຫາເຊື່ອມໂຍງເສດຖະກິດກັບສາກົນ ເພື່ອຍາດແຍ່ງຜົນປະໂຫຍດຢ່າງແທ້ຈິງ; 6) ສ້າງບາດກ້າວບຸກທະລຸ ໃນການພັດທະນາຊັບພະຍາກອນມະນຸດ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍຖືເອົາການກໍ່ສ້າງບໍາລຸງຍົກລະດັບໃຫ້ແກ່ຖັນແຖວພະນັກງານ ເພື່ອສ້າງໃຫ້ໄດ້ພະນັກງານຫຼັກແຫຼ່ງສືບທອດປ່ຽນແທນຢ່າງເປັນລະບົບຕໍ່ເນື່ອງ.