ໄປເບິ່ງໄຊຊະນະນັດທີ 3 ຂອງທີມຊາດລາວ ໃນປີ 2022 ພາຍໃຕ້ການນໍາທີມຂອງຄູຝຶກຄົນໃໝ່

80

ທີມຊາດລາວ ເປີດບ້ານເອົາຊະນະ ທີມຊາດມົງໂກລີ 1-0 ໃນການແຂ່ງຂັນບານເຕະທີມຊາດຕາມຕາຕະລາງຂອງ ຟີຟາ ຫຼື ຟີຟາ ເດ ເມື່ອວັນທີ 23 ມີນາ 2022 ທີ່ຜ່ານມາ ພ້ອມຖືເປັນໄຊຊະນະນັດທີ 3 ຂອງປີນີ້ອີກດ້ວຍ ພາຍໃຕ້ການນໍາທີມຂອງ ທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກຊາວເຢຍລະມັນ

ການແຂ່ງຂັນບານເຕະ ຟີຟາ ເດ ເປັນລາຍການຂອງ ທີມຊາດຊຸດໃຫຍ່, ແຕ່ ທີມຊາດລາວ ຊຸດນີ້ແມ່ນເນັ້ນນັກເຕະ ຮຸ່ນອາຍຸບໍ່ເກີນ 23 ປີລົງສະໜາມ ພ້ອມເປັນການທົດສອບນັກເຕະ ກຽມເຂົ້າຮ່ວມການແຂ່ງຂັນບານເຕະໃນງານມະຫະກໍາກີລາ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນເດືອນພຶດສະພາ 2022.

ຫຼ້າສຸດວັນທີ 23 ມີນາ 2022 ທີມຊາດລາວ ຮັບການມາຢາມຂອງ ທີມຊາດມົງໂກລີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທາມກາງແຟນບານເຂົ້າຊົມ 3.880 ຄົນ ເຊິ່ງນັດນີ້ ທີມຊາດລາວ ໄດ້ ພຸດທະໄຊ ໂຄຈະເລີນ ແລະ ພິທັກ ກອງມະທິລາດ 2 ກອງກາງຈາກສະໂມສອນໄທລີກ ທີ່ຈະເປັນນັກເຕະໂກຕາອາຍຸເກີນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີມາຊ່ວຍຮຸ່ນນ້ອງຢ່າງ ບຸນພະຈັນ ບຸນກອງ ກອງກາງຫົວໜ້າທີມ ແລະ ຄົນອື່ນໆ ຮັບມືກັບທີມຊາດມົງໂກລີ, ສ່ວນມົງໂກລີ ກໍຈັດເຕັມ AYUSH KHURELBAATAR ກອງກາງຫົວໜ້າທີມນໍາທີມລົງສະໜາມ ໂດຍວາງ ERDENE SOUOL-ERDENE ຢືນໜ້າເປົ້າ.

ປາກົດວ່າ: ການແຂ່ງຂັນສູສີ ແລະ ຕ່າງຝ່າຍກໍຕ່າງມີໂອກາດຫຼາຍພໍສົມຄວນ ແຕ່ຍັງເຮັດຫຍັງກັນບໍ່ໄດ້ໃນເຄິ່ງເວລາທໍາອິດສະເໝີກັນ 0-0, ສ່ວນເຄິ່ງເວລາທີ 2 ທັງສອງຝ່າຍກໍມີການປັບປຸງຕົວຜູ້ໃໝ່ ຈົນການແຂ່ງຂັນດໍາເນີນມາເຖິງນາທີໆ 58 ທີມຊາດລາວ ໂຕ້ກັບໄວເປັນ ແກ້ວອຸດອນ ສຸວັນນະສັງໂສ ຜູ້ຮັກສາປະຕູທີມຊາດລາວ ຮັບບານໄດ້ກ່ອນເປີດຍາວຂຶ້ນໜ້າໃຫ້ ບຸນພະຈັນ ລາກໄປແຄ້ມເສັ້ນກ່ອນຈະຖືກກັດທາງຫຼັງຈົນໄດ້ລູກໄໝ ກ່ອນທີ່ ບຸນພະຈັນ ຈະເປີດເຂົ້າເຂດໂທດໃຫ້ ນະລົງສິດ ຈັນທະລັງສີ ກະໂດດຂຶ້ນໂໝ່ງເຂົ້າໄປຢ່າງສວຍງາມ ເຮັດໃຫ້ທີມຊາດລາວ ຂຶ້ນນໍາ 1-0.(ຄລິບ)

ສ່ວນໄລຍະເວລາທີ່ເຫຼືອ ທີມຊາດລາວ ກໍມີໂອກາດໄດ້ປະຕູຫຼາຍຄັ້ງ ແຕ່ຈັງຫວະສຸດທ້າຍຈົບບໍ່ໄດ້ເຊັ່ນດຽວກັບ ໂມໂກລີ ກໍມີໂອກາດເຊັ່ນດຽວກັນ ເຮັດໃຫ້ຈົບການແຂ່ງຂັນ ທີມຊາດລາວ ບຽດເອົາຊະນະ 1-0 ຈາກຜົນດັ່ງກ່າວເຮັດໃຫ້ ໄຊຊະນະ ນັດນີ້ິ້ເປັນນັດທີ 3 ໃນປີນີ້ຂອງທີມຊາດລາວ ເພາະກ່ອນໜ້ານີ້ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 23 ສາມາດເອົາຊະນະ ມາເລເຊຍ ນັດທໍາອິດ 2-1 ແລະ ນັດທີ 2 ຊະນະ 2-0 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນປີ 2022 ທີ່ປະເທດກໍາປູເຈຍ ໃນເດືອນກຸມພາ ທີ່ຜ່ານມາ.

ສໍາລັບ ນັດຕໍ່ໄປ ທີມຊາດລາວ ຈະລົງອຸ່ນເຄື່ອງກັບ ທີມຊາດບຣູໄນ ໃນວັນອາທິດທີ 27 ມີນາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນເວລາ 18:00 ໂມງ ເຊິ່ງແນ່ນອນຜົນງານການອຸ່ນເຄື່ອງຄັ້ງນີ້ຈະມີຜົນຕໍ່ອັນດັບໂລກຂອງທີມຊາດແນ່ນອນ ແລະ ທີມຊາດລາວ ທີ່ຊະນະ ມົງໂກລີ ກໍຈະເກັບຄະແນນ ໂດຍປັດຈຸບັນ ທີມຊາດລາວ ຢູ່ອັນດັບທີ 187 ຂອງໂລກ ແລະ ກາງເດືອນເມສາ 2022 ຈະມີການຈັດອັນດັບໂລກອີກຄັ້ງຕ້ອງຕິດຕາມ.
ຂ່າວ: ຫຼ້າ MKP; ຮູບ: ໜຶ່ງ ສຸນັນໄຊ