ພົບຜູ້ຕິດເຊື້ອໃໝ່ທັງໝົດ 2.212 ຄົນ, ນະຄອນຫຼວງວຽງຈັນ 1.022 ຄົນ

95

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ປະຈໍາວັນທີ 25 ມີນາ ປີ 2022 ວ່າມາຮອດວັນທີ 24 ມີນາ 2022 ໄດ້ກວດວິເຄາະທັງໝົດ 5.277 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2.212 ຄົນ (ຕິດເຊື້ອພາຍໃນ 2,193 ຄົນ ແລະ ນໍາເຂົ້າ 19 ຄົນ).


ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2.193 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 1.022 ຄົນ, ຄຳມ່ວນ 155 ຄົນ, ໄຊຍະບູລີ 151 ຄົນ, ສະຫວັນນະເຂດ 144 ຄົນ, ສາລະວັນ 138 ຄົນ, ຊຽງຂວາງ 91 ຄົນ, ວຽງຈັນ 83 ຄົນ


ອຸດົມໄຊ 76 ຄົນ, ບໍລິຄຳໄຊ 50 ຄົນ, ຫຼວງພະບາງ 43 ຄົນ,
ອັດຕະປື 43 ຄົນ, ບໍ່ແກ້ວ 40 ຄົນ, ຫຼວງນ້ຳທາ 38 ຄົນ, ຈຳປາສັກ 37 ຄົນ, ຫົວພັນ 30 ຄົນ, ເຊກອງ 24 ຄົນ, ຜົ້ງສາລີ 15 ຄົນ ແລະ ໄຊສົມບູນ 13 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 19 ຄົນ ຈາກ ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 4 ຄົນ, ສະຫວັນນະເຂດ 3 ຄົນ ແລະ ຄຳມ່ວນ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 164.078 ຄົນ, ອອກໂຮງໝໍວານນີ້ 171 ຄົນ, ກຳລັງປິ່ນປົວ 4.830 ຄົນ ແລະ ເສຍຊີວິດທັງໝົດ 654 ຄົນ (ເສຍຊີວິດໃໝ່ 2 ຄົນ ຈາກ ແຂວງຊຽງຂວາງ ແລະ ສະຫວັນນະເຂດ)