ຈີນ ພົບກ່ອງດຳບັນທຶກສຽງສົນທະນາ ຫວັງໄດ້ຂໍ້ສະຫຼຸບຂອງອຸບັດເຫດເຮືອບິນຕົກ

87

ສຳນັກຂ່າວຊິນຮວາລາຍງານໃນວັນທີ 24 ມີນາ 2022 ວ່າ ທ່ານ ຈູ ເຖົາ ຫົວໜ້າສຳນັກງານຄວາມປອດໄພທາງການບິນ ທີ່ຂຶ້ນກັບສຳນັກງານບໍລິຫານການບິນພົນລະເຮືອນ ແຫ່ງ ສປ ຈີນ ( CAAC ) ເປີດເຜີຍວ່າ ເຈົ້າໜ້າທີ່ໄດ້ຄົ້ນພົບ 1 ໃນ 2 ກ່ອງດຳຂອງເຮືອບິນ ໂດຍເປັນກ່ອງດຳທີ່ບັນທຶກສຽງສົນທະນາຈາກຫ້ອງນັກບິນຂອງເຮືອບິນໂບອິ້ງ 737 – 800 ຖ້ຽວບິນ MU 5735 ຂອງສາຍການບິນ CHINA EASTERN ໂດຍຂະນະນີ້ໄດ້ສົ່ງໄປຍັງສຳນັກງານການບິນພົນລະເຮືອນໃນນະຄອນຫຼວງປັກກິ່ງກວດສອບ ແລະ ວິເຄາະຂໍ້ມູນແລ້ວ ໂດຍຄາດວ່າຈະຊ່ວຍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງສາມາດຊອກຫາສາເຫດຂອງເຮືອບິນຕົກຄັ້ງນີ້ໄດ້.


ທ່ານ ຈູ ເຖົາ ກ່າວອີກວ່າ: ພາຍນອກຂອງກ່ອງດຳດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງໜັກ, ແຕ່ພາຍໃນໄດ້ຮັບຄວາມເສຍຫາຍເລັກໜ້ອຍ ເຊິ່ງການວິເຄາະຂໍ້ມູນຍັງຈະຕ້ອງໃຊ້ເວລາພໍສົມຄວນ ໂດຍຂຶ້ນກັບຄວາມເສຍຫາຍຂອງກ່ອງດຳ. ໃນຂະນະດຽວກັນ ການດາວໂຫຼດ ແລະ ການແປງສັນຍານຈາກກ່ອງດຳອາດຈະໃຊ້ເວລາໄລຍະໜຶ່ງ.

ສ່ວນກ່ອງດຳອີກກ່ອງ ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາຕໍ່ໄປ ເຊິ່ງເປັນກ່ອງບັນທຶກຂໍ້ມູນການບິນຢ່າງລະອຽດ ທັງຄວາມໄວ, ລະດັບຄວາມສູງ, ຕຳແໜ່ງປີກ ແລະ ທິດທາງຂອງເຮືອບິນ ເພື່ອໃຫ້ສາມາດຈຳລອງເຫດການຂອງເຮືອບິນຕົກໄດ້.