ຣັດເຊຍ ເຕືອນການຂວ້ຳບາດນ້ຳມັນ – ແກັສ ຂອງຣັດເຊຍ ອາດເຮັດໃຫ້ຕະຫຼາດພະລັງງານໂລກຫຼົ້ມ

152

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຂອງຣັດເຊຍ ອອກມາເຕືອນວ່າ: ການທີ່ຫຼາຍປະເທດອອກມາດຕະການຫ້າມນຳເຂົ້ານ້ຳມັນ ແລະ ແກັສທຳມະຊາດຈາກຣັດເຊຍ ອາດຈະເຮັດໃຫ້ຕະຫຼາດພະລັງງານຂອງໂລກຫຼົ້ມກໍເປັນໄດ້.

ຮອງນາຍົກລັດຖະມົນຕີຣັດເຊຍ ກ່າວອີກວ່າ: ຣັດເຊຍເປັນຜູ້ສົ່ງອອກນ້ຳມັນ ແລະ ແກັສທຳມະຊາດລາຍໃຫຍ່ຂອງໂລກ ໂດຍກວມເອົາ 40% ຂອງຕະຫຼາດໂລກ, ຫາກຖືກຂວ້ຳບາດ ຣັດເຊຍຈະບໍ່ສາມາດສົ່ງອອກພະລັງງານໄດ້ ແລະ ໃນທີ່ສຸດອາດຈະເຮັດໃຫ້ຕະຫຼາດພະລັງງານໂລກຫຼົ້ມກໍເປັນໄດ້.

ສະຫະພາບເອີຣົບ ເຊິ່ງກຳລັງປະເຊີນກັບການເພີ່ມຂຶ້ນຂອງລາຄາ ແລະ ຂາດແຄນພະລັງງານ ເມື່ອປະເຊີນກັບແຮງກົດດັນຈາກສະຫະລັດອາເມຣິກາ ໄດ້ຢຸດຕິທໍ່ສົ່ງແກັສ ນ໊ອດ ສະຕຣີມ 2 ( Nord Stream 2 ) ເຮັດໃຫ້ໃນໄລຍະປີຜ່ານມາລາຄາໄຟຟ້າໃນເອີຣົບ ເພີ່ມຂຶ້ນ 10 ເທົ່າ, ໃນຂະນະທີ່ລາຄາແກັສເພີ່ມຂຶ້ນ 5 ເທົ່າ ເຊິ່ງມີບາງໄລຍະລາຄາແກັສສູງເຖິງ 4.000 ໂດລາຕໍ່ 1.000 ແມັດກ້ອນ ແຕ່ຈຸດນັ້ນອາດຈະບໍ່ແມ່ນລາຄາສູງທີ່ສຸດຂອງລາຄາພະລັງງານໃນເອີຣົບ, ຮອງນາຍົກລັດຖະມົນຕີ ຣັດເຊຍ ກ່າວ.