ສ.ເກົາຫຼີ ກຽມເປີດຮັບນັກທ່ອງທ່ຽວໂດຍບໍ່ຕ້ອງກັກຕົວ ເລີ່ມ 1 ເມສານີ້

139

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສ.ເກົາຫຼີ ຈະເປີດປະເທດຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກໂດຍບໍ່ຕ້ອງກັກຕົວ ເລີ່ມຕັ້ງແຕ່ວັນທີ 1 ເມສາ 2022 ເປັນຕົ້ນໄປ ໂດຍຜູ້ທີ່ຈະເດີນທາງໄປ ສ.ເກົາຫຼີ ຈະຕ້ອງສັກວັກຊີນຄົບໂດສ ລວມທັງເຂັມກະຕຸ້ນ ເຊິ່ງກ່ອນໜ້ານີ້ຜູ້ທີ່ເດີນທາງເຂົ້າ ສ.ເກົາຫຼີ ຕ້ອງກັກຕົວຢ່າງໜ້ອຍ 7 ວັນ.

ສຳລັບນັກທ່ອງທ່ຽວທີ່ເດີນທາງເຂົ້າ ສ.ເກົາຫຼີ ຕ້ອງລົງທະບຽນຄິວອາໂຄດ ເພື່ອສະແກນທີ່ດ່ານກວດຄົນເຂົ້າເມືອງ ໂດຍລະບົບຄິວ – ໂຄດ ( Q-Code ) ກຳນົດໃຫ້ຜູ້ເດີນທາງຕ້ອງຂຽນແບບຟອມ ເຊັ່ນ: ໝາຍເລກໜັງສືເດີນທາງ, ປະເທດຕົ້ນທາງ, ສາຍການບິນ, ເບີໂທ ແລະ ບັດສັກວັກຊີນ ເປັນຕົ້ນ.

ແນວໃດກໍຕາມ, ເຖິງແມ່ນວ່າ ສ.ເກົາຫຼີ ຈະຍົກເລີກມາດຕະການກັກຕົວ ສຳລັບນັກທ່ອງທ່ຽວທີ່ໄດ້ສັກວັກຊີນເຂັມກະຕຸ້ນແລ້ວ ແຕ່ລັດຖະບານຍັງນຳໃຊ້ມາດຕະການປ້ອງກັນຕົນເອງ ໂດຍສະເພາະໃສ່ຜ້າອັດປາກ – ດັງ ເມື່ອອອກໄປພື້ນທີ່ສາທາລະນະ, ເຂດຊຸມຊົນແອອັດ.