ທ່ານ ທອງລຸນ ສີສຸລິດ ສົ່ງສານສະແດງຄວາມເຫັນໃຈຕໍ່ເຫດການເຮືອບິນ ຂອງ ສປ ຈີນຕົກ

192

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ​ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສາທາລະນະລັດປະຊາຊົນຈີນ”.


ໃນສານລະບຸວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ຕອນບ່າຍວັນທີ 21 ມີນາ 2022 ທີ່ຜ່ານມາ ຍົນໂດຍສານຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERN AIRLINES ທີ່ເດີນທາງຈາກ ນະຄອນຄຸນໝິງ ແຂວງຢຸນນານ ໄປນະຄອນກວາງໂຈ ແຂວງກວາງຕຸງ ໄດ້ປະສົບອຸບັດເຫດຕົກຢູ່ ນະຄອນອູໂຈ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເຊິ່ງເປັນເຫດການທີ່ເສົ້າສະຫລົດໃຈເປັນຢ່າງຍິ່ງ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ ກໍຄື ປະຊາຊົນຈີນອ້າຍນ້ອງ.


ໃນນາມຄະນະບໍລິຫານງານສູນກາງພັກ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມໂສກເສົ້າເສຍໃຈມາຍັງ ສະຫາຍ ກໍຄື ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ຜ່ານສະຫາຍ ໄປຍັງຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດດັ່ງກ່າວນີ້ດ້ວຍ.


ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສະຫາຍ ກໍຄື ການນໍາຂອງພັກ ແລະ ລັດຖະບານຈີນ, ລວມທັງຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈະສາມາດຜ່ານຜ່າເວລາທີ່ໂສກເສົ້າຈາກອຸບັດເຫດດັ່ງກ່າວນີ້ໄດ້ ແລະ ຈະສາມາດຟື້ນຟູຈິດໃຈຂອງຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ເປັນຢ່າງດີ.