ແຈ້ງສັກວັກຊີນ ເຂັມ 3 ແລະ ເຂັມກະຕຸ້ນຮອບ 2 ໃຫ້ກຸ່ມເປົ້າໝາຍ 18 ປີ ຂຶ້ນໄປ

156

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ອອກແຈ້ງການເລກທີ 638/ກອສ, ລົງວັນທີ 24 ມີນາ 2022 ໃຫ້ເລີ່ມສັກວັກຊີນກັນພະຍາດໂຄວິດ-19 ເຂັມ 3 ແລະ ເຂັມກະຕຸ້ນຮອບ 2 (ເຂັມ 4) ໃຫ້ແກ່ກຸ່ມເປົ້າໝາຍ 18 ປີ ຂຶ້ນໄປ.


ອີງໃສ່ສະພາບການຕົວຈີງໃນການລະບາດພະຍາດໂຄວິດ-19 ສາຍພັນໂອໄມຄຣອນໄດ້ແຜ່ລາມອອກໄປສູ່ວົງກວ້າງເລີ່ມແຕ່ເດືອນກຸມພາເປັນຕົ້ນມາ, ຈາກຜົນການສຶກສາຄົ້ນຄວ້າທາງວິທະຍາສາດໃນຫຼາຍປະເທດພາຍຫຼັງສັກເຂັ້ມກະຕຸ້ນເຫັນວ່າເພີ່ມການສ້າງພູມຄຸ້ມກັນສູງຂຶ້ນໃນລະດັບສົມຄວນ ເພື່ອປົກປ້ອງການເປັນພະຍາດໂຄວິດ-19 ທີ່ຮຸນແຮງ ແລະ ປ້ອງກັນການເສຍຊີວິດຈາກພະຍາດດັ່ງກ່າວ.


ອີງໃສ່ຈໍານວນວັກຊີນກັນພະຍາດໂຄວິດ-19 ມີພຽງພໍສະໜອງໃຫ້ແກ່ກຸ່ມເປົ້າໝາຍສັກເຂັມກະຕຸ້ນຮອບ 2 (ເຂັມ4) ກອງປະຊຸມຄະນະກຳມະການທີ່ປຶກສາທາງດ້ານວິຊາການກ່ຽວກັບວັກຊີນກັນພະຍາດແຫ່ງຊາດ(NITAG) ໄດ້ປຶກສາຫາລື, ຄົ້ນຄວ້າເຫັນດີໃຫ້ສັກວັກຊີນເຂັມກະຕຸ້ນຮອບ 2 (ເຂັມ4) ໃຫ້ແກ່ກຸ່ມເປົ້າໝາຍບຸລິມະສິດ ແລະ ກຸ່ມທົ່ວໄປທີ່ມີອາຍຸ 18 ປີຂຶ້ນໄປດັ່ງລຸ່ມນີ້:


ການສັກວັກຊີນໂຄວິດ-19 ສັກເຂັ້ມກະຕຸ້ນຮອບ 2 (ເຂັມ4) ພາຍຫຼັງໄດ້ຮັບເຂັ້ມກະຕຸ້ນຮອບ 1 (ເຂັມ 3) ເຊິ່ງຫ່າງກັນ 3 ເດືອນຂຶ້ນໄປ ໃຫ້ກຸ່ມເປົ້າໝາຍທີ່ເປັນບຸລິມະສິດເຊັ່ນ: ກຸ່ມພະນັກງານສາທາລະນະສຸກ, ກຸ່ມພະນັກງານທີ່ເຮັດວຽກປ້ອມດ່ານໜ້າທີ່ມີຄວາມສ່ຽງ ເຊັ່ນ: ພະນັກງານການທູດ, ຜູ້ເດີນທາງເຂົ້າ-ອອກ, ພະນັກງານເຮັດວຽກຢູ່ດ່ານຊາຍແດນ, ກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ພະນັກງານກະຊວງຕ່າງໆ ແລະ ອົງການບໍລິການທີ່ເຮັດວຽກກັບຄົນຫຼາຍຄົນ ລວມທັງທະນາຄານ, ທ່ອງທ່ຽວ, ໂຮງຈັກໂຮງງານ ແລະ ອື່ນໆ. ກຸ່ມຄົນທີ່ມີພະຍາດພູມຄຸ້ມກັນບົກຜ່ອງ ຫຼື ມີພະຍາດປະຈໍາໂຕ ລວມທັງຜູ້ສູງອາຍຸ 60 ປີຂຶ້ນໄປ; ກຸ່ມແມ່ຍິງຖືພາ 3 ເດືອນຂຶ້ນໄປ ແລະ ແມ່ລູກອ່ອນ; ກຸ່ມຄົນອາຍຸ 18 ປີ ຂຶ້ນໄປທີ່ມີຄວາມທີ່ມີຄວາມສະໝັກໃຈ.


ເງື່ອນໄຂຜູ້ທີ່ຈະສັກເຂັມກະຕຸ້ນຮອບ 2 (ເຂັມ4) ຕ້ອງເປັນຜູ້ທີ່ໄດ້ຮັບວັກຊີນ J&J ຫຼື Sputnik Light ໜຶ່ງເຂັມ ຄົບ 2 ເຂັມ ໄດ້ສອງເດືອນຂຶ້ນໄປສາມາດສັກວັກຊິນ AstraZeneca ຫຼື Pfizer ເປັນເຂັມກະຕຸ້ນທີ່ໜຶ່ງ ແລະ ພາຍຫຼັງເຂັມກະຕຸ້ນໜຶ່ງໄດ້ສາມເດືອນຂຶ້ນໄປສາມາດຮັບວັກຊິນເຂັມກະຕຸ້ນທີ່ສອງໄດ້.


ຜູ້ໄດ້ຮັບວັກຊີນ Sinopharm (Sinovac ຄົບ 2 ເຂັມ ໄດ້ສອງເດືອນຂຶ້ນໄປ ຄວນສັກວັກຊິນ ເຂັມກະຕຸ້ນຮອບທີ 1 AstraZeneca ຫຼື Pfizer ແລະ ພາຍຫຼັງເຂັມກະຕຸ້ນໜຶ່ງໄດ້ສາມເດືອນຂຶ້ນໄປສາມາດຮັບວັກຊິນເຂັມກະຕຸ້ນທີສອງໄດ້.
ຜູ້ທີ່ໄດ້ຮັບວັກຊິນ Sputnik V, AstraZeneca ຫຼື Pfizer ຄົບ 2 ເຂັມ ໄດ້ສາມເດືອນຂຶ້ນໄປ ສາມາດສັກວັກຊີນ ເຂັມກະຕຸ້ນຮອບທີ 1 ໃຊ້ວັກຊິນ AstraZeneca ຫຼື Pfizer ແລະ ພາຍຫຼັງເຂັມກະຕຸ້ນຮອບໜຶ່ງ (ເຂັມ3) ສາມເດືອນຂຶ້ນໄປສາມາດຮັບວັກຊິນເຂັມກະຕຸ້ນທີສອງ (ເຂັມ 4) AstraZeneca ຫຼື Pfizer ໄດ້.


ສຳລັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ພາຍຫຼັງປິ່ນປົວດີແລ້ວ 2 ເດືອນ ສາມາດມາຮັບວັກຊີນໂຄວິດໄດ້ເລີຍບໍ່ວ່າຈະເປັນເຂັມ 1, ເຂັມ 2 ຫຼື ເຂັມກະຕຸ້ນກໍຕາມໂດຍອີງໃສ່ຕາຕະລາງການໃຫ້ວັກຊີນຜ່ານມາ. ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ສັກເຂັມກະຕຸ້ນຮອບ 1 (ເຂັມ3) ໃນໄລຍະນີ້ແມ່ນອະນຸຍາດໃຫ້ແຕ່ໃຊ້ວັກຊີນ Pfizer ເທົ່ານັ້ນ ໃນສະເພາະແຂວງ ຫຼື ເມືອງທີ່ມີເງື່ອນໄຂໃຊ້ວັກຊີນຊະນິດນີ້.


ສຳລັບໂຮງໝໍທີ່ຢູ່ຫ່າງໄກ ເດີນທາງໄປມາຫຍຸ້ງຍາກ ສຳລັບກຸ່ມອາຍຸ 12-17 ປີ ແມ່ນໃຫ້ໃຊ້ວັກຊີນ Sinopharm/Sinovac ເປັນເຂັມກະຕຸ້ນ. ສໍາຄັນໃນກຸ່ມອາຍຸ 12-17 ປີ ແມ່ນຍັງບໍ່ອະນຸຍາດໃຫ້ສັກວັກຊີນເຂັມກະຕຸ້ນຮອບ 2 (ເຂັມ 4) ຢ່າງເດັດຂາດ.


ການສັກວັກຊີນເຂັມກະຕຸ້ນຮອບ 1 (ເຂັມ 3) ແລະ ເຂັມກະຕຸ້ນຮອບ 2 (ເຂັມ4) ແມ່ນໃຫ້ຈັດຕັ້ງປະຕິບັດສຳເລັດກ່ອນປີໃຫມ່ລາວໃນທົ່ວປະເທດ ໂດຍນຳໃຊ້ວັກຊີນ AstraZeneca ເປັນບູລິມະສິດ ໃນກຸ່ມອາຍຸ 18 ປີຂຶ້ນໄປ ໃຫ້ໄດ້ໃຊ້ໄວເທົ່າທີ່ໄວ ກ່ອນວັກຊີນຈະໝົດດອາຍຸໃນເດືອນມີນາ ແລະ ເມສາ.