ນິມິດໃໝ່ຕີຖອຍການເພິ່ງພານ້ຳມັນ! ເລີ່ມເປີດແລ່ນລົດເມໄຟຟ້າໃນນະຄອນຫຼວງວຽງຈັນ

273

ທີ່ຜ່ານມາບ້ານເຮົາແມ່ນນຳເຂົ້ານ້ຳມັນ 100% ເມື່ອລາຄານ້ຳມັນຕະຫຼາດໂລກແພງຂຶ້ນແນ່ນອນ ສປປ ລາວໄດ້ຮັບຜົນກະທົບໄປເຕັມໆ ເພື່ອແກ້ໄຂບັນຫາດັ່ງກ່າວ ທັງໝູນໃຊ້ທ່າແຮງທີ່ມີພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດທ້າຍປີ 2021 ຜ່ານມາ ລັດຖະບານໄດ້ປະກາດນະໂຍບາຍໃຫ້ນຳເຂົ້າລົດທີ່ແລ່ນດ້ວຍກະແສໄຟຟ້າຢ່າງຈີງຈັງ ໃນນັ້ນ ພາກລັດເອງຈະເປັນຕົວແບບນຳໜ້າໃນການຊົມໃຊ້ກ່ອນໝູ່ ພ້ອມວາງຄາດໝາຍຮອດປີ 2030 ການໃຊ້ລົດໄຟຟ້າໃນລາວໃຫ້ກວມ 30%.


ຫຼ້າສຸດ ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໄດ້ເປີດແລ່ນໂດຍສານໄຟຟ້າແລ້ວ ພ້ອມໃຫ້ຂີ່ຟຣີ ແຕ່ມື້ນີ້ຮອດ 13 ເມສາ 2022 ຕະຫຼອດ 3 ສາຍທາງ ພິທີທາງການຈັດຂຶ້ນໃນວັນທີ 23 ມີນານີ້ ເປັນການເປີດທົດລອງນຳໃຊ້ລົດເມໄຟຟ້າເພື່ອການຂົນສົ່ງສາທາລະນະ ຈຸດປະສົງກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຂົນສົ່ງສາທາລະນະໃນຕົວເມືອງໃຫ້ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງຮອດປີ 2030. ພ້ອມກັນນີ້ກໍເປັນການຈັດຕັ້ງປະຕິບັດການຂົນສົ່ງສີຂຽວ, ຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ງຽບ ແລະ ທັນສະໄໝ ແລະ ເພື່ອເຮັດໃຫ້ຕົວເມືອງນະຄອນຫຼວງວຽງຈັນກາຍເປັນຕົວເມືອງໜ້າຢູ່.


ນອກຈາກນັ້ນແລ້ວ ນະຄອນຫຼວງວຽງຈັນຍັງມີຄວາມຈຳເປັນຕ້ອງໄດ້ຂະຫຍາຍເສັ້ນທາງຂົນສົ່ງສາທາລະນະ ເພື່ອຮອງຮັບພາຫະນະໃນການສັນຈອນໄປມາບໍ່ໃຫ້ແອອັດ ເຊິ່ງການສົ່ງເສີມການນຳໃຊ້ລົດເມສາທາລະນະໃຫ້ຫຼາຍຂຶ້ນກໍຈະຊ່ວຍໃນເລື່ອງການຄວບຄຸມການຈອດລົດຊະຊາຍຕາມທ້ອງຖະໜົນໄດ້ຫຼາຍຂຶ້ນອີກດ້ວຍ. ສຳລັບບຸກຄົນທົ່ວໄປ, ລົດເມໄຟຟ້ານີ້ຈະເປັນອີກໜຶ່ງທາງເລືອກໃຫ້ຜູ້ໂດຍສານ ແລະ ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ, ປະຢັດເວລາ ແລະ ສະດວກສະບາຍ.


ໃນເບື້ອງຕົ້ນ ການທົດລອງໃຫ້ບໍລິການດ້ວຍລົດເມໄຟຟ້ານີ້ ແມ່ນມີທັງໝົດ 3 ສາຍທາງ ເຊັ່ນ:
– ສາຍທາງທີ 48 ເລີ່ມຈາກສະຖານີລົດເມຂົວດິນ – ດົງນາໂຊກ – ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ – ສີເກີດ ລວມໄລຍະທາງ 15 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5.000 ກີບຕໍ່ຖ້ຽວ.
– ສາຍທາງທີ 35 ເລີ່ມຈາກ ສະຖານີລົດເມຕະຫຼາດເຊົ້າ – ສູນການຄ້າທາດຫຼວງພລາຊ່າ – ຕະຫຼາດຫົວຂົວ – ສະຖານີລົດໄຟລາວຈີນ ລວມໄລຍະທາງ 17 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5.000 ກີບຕໍ່ຖ້ຽວ.


– ສາຍທາງທີ 22 ເລີ່ມຈາກ ສະຖານີລົດເມຂົວດິນ – ສູນການຄ້າທາດຫຼວງພລາຊ່າ – ສູນການຄ້າລາວ-ໄອເຕັກ – ເຂດເສດຖະກິດພິເສດບຶງທາດຫຼວງ – ສະຖານີລົດໄຟລາວ-ໄທ – ຕະຫຼາດໄຮຄຳ – ເຂດເສດຖະກິດກວມລວມໄຊເສດຖາ (ຫຼັກ 21) – ສະຖານີລົດໄຟລາວ-ຈີນ ລວມໄລຍະທາງ 26 ກິໂລແມັດ ຄ່າໂດຍສານຕະຫຼອດສາຍ 8.000 ກີບຕໍ່ຖ້ຽວ.