ສະມາຄົມນັກທຸລະກິດຮ້ານອາຫານລາວ ຈັດແຂ່ງຂັນກິລາສົ່ງເສີມການທ່ອງທ່ຽວສູ່ 2 ແຂວງພາກໃຕ້

82

ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ຈັດກິດຈະກຳແຂ່ງຂັນກິລາເຕະບານ ແລະ ຂະບວນການທ່ອງທ່ຽວຢ້ຽມຢາມຄູ່ຮ່ວມທຸລະກິດ ຢູ່ແຂວງຈໍາປາສັກ ແລະ ແຂວງສາລະວັນ ວັນທີ 17-20 ມີນາ 2022 ເພື່ອສົ່ງເສີມການທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ທັງເປັນການພົບປະ ແລກປ່ຽນບົດຮຽນໃນການດໍາເນີນທຸລະກິດ ແນໃສ່ຮັດແໜ້ນຄວາມສາມັກຄີ ຮັກແພງ ລະຫວ່າງສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ຄູ່ຮ່ວມທຸລະກິດ 2 ແຂວງດັ່ງກ່າວ ໃຫ້ແໜ້ນແຟ້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ພາຍໃຕ້ການນຳພາຂອງທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ.

ທ່ານ ຄໍາແພງ ເພົ້າບົວວົງ ກ່າວວ່າ: ສະມາຄົມນັກ ທຸລະກິດຮ້ານອາຫານລາວ ສ້າງຕັ້ງວັນທີ 7 ກໍລະກົດ 2013 ໂດຍມີຈຸດປະສົງເພື່ອເຕົ້າໂຮມຄວາມສາມັກ ຄີຂອງນັກທຸລະກິດຮ້ານອາຫານໃນນະຄອນຫຼວງວຽງຈັນ ເວົ້າສະເພາະຄູ່ຮ່ວມທຸລະກິດເບຍລາວພາຍໃນ ແລະ ຕ່າງແຂວງ ການຈັດຂະບວນທ່ອງທ່ຽວສູ່ແຂວງຈໍາປາສັກ ແລະ ແຂວງສາລະວັນຄັ້ງນີ້ ເປັນໜຶ່ງໃນບັນດາໂຄງການຂອງສະມາຄົມ ທີ່ຕັ້ງໃຈຈັດຕັ້ງຂຶ້ນເພື່ອທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ຕາມນະໂຍບາຍຂອງພັກ-ລັດ ວາງອອກ ເນື່ອງຈາກ 2 ປີກວ່າຜ່ານມາ ສະມາຄົມບໍ່ໄດ້ເຄື່ອນໄຫວເຕັມທີ່ ຍ້ອນປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນພັກ-ລັດ ໄດ້ມີນະໂຍບາຍຜ່ອນຜັນ ສາມາດທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ໂດຍສະເພາະແຫຼ່ງທ່ອງທ່ຽວທໍາມະຊາດທີ່ສວຍສົດງົດງາມ ດິນແດນແຫ່ງມົນສະ ເໜ່ຂອງພາກໃຕ້ ທີ່ມາທ່ຽວເທື່ອໃດກໍບໍ່ໜ້າເບື່ອ ສະມາຄົມນັກທຸລະກິດຮ້ານອາຫານລາວ ຈຶ່ງຖືເອົາໂອ ກາດນີ້ເພື່ອມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບຂໍ້ສະດວກ ຄວາມຫຍຸ້ງຍາກໃນການດໍາເນີນທຸ ລະກິດຂອງຜູ້ປະກອບການຮ້ານອາຫານໃນນະຄອນຫຼວງວຽງຈັນ ແລະ ຄູ່ຮ່ວມທຸລະກິດເບຍລາວ ພາກໃຕ້ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດຢ້ຽມແຂວງສາລະວັນ ຍັງໄດ້ຈັດແຂ່ງຂັນກິລາບານເຕະມິດຕະພາບ ເພື່ອສ້າງຂະບວນການຄໍານັບຕ້ອນປີໃໝ່ລາວ ທີ່ຈະມາເຖິງ ທັງເປັນການເປີດສາຍສໍາພັນມິດຕະພາບໃນການຂະຫຍາຍສະມາຊິກສະມາຄົມນັກທຸ ລະກິດຮ້ານອາຫານລາວ ອອກສູ່ແຂວງພາກໃຕ້ ເຕົ້າໂຮມນັກທຸລະກິດຮ້ານອາຫານລາວ ຄູ່ຮ່ວມທຸລະກິດເບຍລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມເຂັ້ມແຂງ ແລະ ພ້ອມກັນຜ່ານຜ່າອຸປະສັກຕ່າງໆໄປພ້ອມກັນ ໃຫ້ການຕ້ອນຮັບຄະນະສະມາຄົມນັກທຸລະກິດຮ້ານອາຫານລາວຄັ້ງນີ້ ໂດຍທ່ານ ໜູຄຳ ສີສະຫວັດ ຮອງເຈົ້າເມືອງສາລະວັນ ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ ສ່ວນໄປແຂວງຈຳປາສັກ ຄະນະບໍລິຫານງານສະມາຄົມດັ່ງກ່າວ ກໍໄດ້ສືບຕໍ່ນຳພາຂະບວນສະມາຊິກເກືອບ 100 ຄົນ ທ່ອງທ່ຽວເຂດສີຂຽວ ທີ່ແຂວງຈຳປາສັກ ຢ່າງເບີກບານມ່ວນຊື່ນອີກດ້ວຍ.
ໂດຍ ສົງການ ພັນແພງດີ