ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຈະງົດຈ່າຍເງິນປັນຜົນປະຈຳປີ 2021

907

ເປັນທຳມະດາຂອງ ບໍລິສັດທີ່ໄດ້ຈົດທະບຽນເຂົ້າຕະຫຼາດຫຼັກຊັບແລ້ວຈະມີປະຊາຊົນເຂົ້າໄປຊື້ຮຸ້ນນຳ ແລະຖືຄອງຮຸ້ນຂອງບໍລິສັດ ເອີ້ນວ່າຜູ້ຖືຮຸ້ນ ເມື່ອບໍລິສັດນັ້ນໆເຄື່ອນໄຫວທຸລະກິດຄົບຮອບໄລຍະຂອງການກຳນົດຕາມລະບຽບການກໍ່ຕ້ອງມີການປະຊຸມຜູ້ຖືຮຸ້ນ ແລະແຈ້ງຜົນການດຳເນີນທຸລະກິດ ໃນນັ້ນຈະມີການແຈ້ງແບ່ງເງິນປັນຜົນ ນັ້ນເປັນປະເພນີຂອງບໍລິສັດ ທີ່ໄດ້ແປຮູບເປັນມະຫາຊົນແລ້ວ.

ເຊິ່ງປີນີ້ໂດຍຜ່່ານມະຕິກອງປະຊຸມສະພາບໍລິຫານ ສະໄໝສາມັນຂອງ ທະນາຄານກາຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ມີມະຕິບໍ່ຈ່າຍເງິນປັນຜົນປະຈຳປີ 2021 ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ທະນາຄານການຄານຕ່າງປະເທດລາວເຂົ້າຈົດທະບຽນໃນຕະຫາດຫຼັກຊັບ. ແນ່ນອນວ່າທຸກຄົນຮັບຮູ້ດີປີ 2021 ເປັນປີທີ່ຫົວໜ່ວຍທຸລະກິດທຸກພາກສ່ວນແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19ໃນນັ້ນກໍ່ລວມມີທະນາຄານນຳ.

ກອງປະຊຸມສະພາບໍລິຫານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ປຶກສາຫາລື ແລະ ມີມະຕິຕົກລົງບາງບັນຫາສຳຄັນ ໂດຍສະເພາະໃນປະເດັນທີ 5 ຄື: ຮັບຮອງແຜນການຈັດກອງປະຊຸມຜູ້ຖືຮຸ້ນ ທຄຕລ ປະຈຳປີ 2021 ດັ່ງນີ້ມື້ປິດປື້ມບັນຊີຜູ້ຖືຮຸ້ນວັນທີ 1 ເມສາ 2022 ເພື່ອກຳນົດສິດຜູ້ເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ ທຄຕລ ປະຈຳປີ 2021;
– ວັນເວລາສະຖານທີ່ຈັດກອງປະຊຸມວັນທີ 29 ເມສາ 2022 ທີ່ ໂຮງແຮມລາວພລາຊາ
– ຮັບຮອງເອົາວາລະກອງປະຊຸມຜູ້ຖືຮຸ້ນ ທຄຕລ ປະຈຳປີ 2021;
– ຕົກລົງບໍ່ຈ່າຍເງິນປັນຜົນ ປະຈຳປີ 2021.


ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ນັບວ່າເປັນໜຶ່ງໃນສອງບໍລິສັດລິເລີ່ມເຂົ້າຕະຫຼາດຫຼັກຊັບຕອນເປີດໂຕໃໝ່ໆ ເຊິ່ງໄລຍະນັ້ນມີພຽງ ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນກັບທະນາຄານການຄ້າເທົ່ານັ້ນ ແລະນີ້ຖືເປັນຄັ້ງທຳອິດເລີຍກໍ່ວ່າໄດ້ ທີ່ທະນາການຄ້າບໍ່ຈ່າຍເງິນປັນຜົນ ນັບຕັ້ງແຕ່ເຂົ້າຕະຫຼາດຫຼັກຊັບເປັນຕົ້ນມາ.