ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 2.625 ຄົນ, ນະຄອນຫຼວງວຽງຈັນ 1.164 ຄົນ, ສະຫວັນນະເຂດ 335 ຄົນ

84

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 23 ມີນາ ປີ 2022 ວ່າວັນທີ 22 ມີນາ 2022 ໄດ້ກວດວິເຄາະທັງໝົດ 6.021 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2.625 ຄົນ (ຕິດເຊື້ອພາຍໃນ 2.595 ຄົນ ແລະ ນໍາເຂົ້າ 30 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 2.595 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 1.164 ຄົນ, ສະຫວັນນະເຂດ 335 ຄົນ, ອຸດົມໄຊ 164 ຄົນ, ໄຊຍະບູລີ 150 ຄົນ, ຄຳມ່ວນ 110 ຄົນ, ຊຽງຂວາງ 107 ຄົນດ ວຽງຈັນ 98 ຄົນ, ບໍ່ແກ້ວ 90 ຄົນ


ບໍລິຄຳໄຊ 76 ຄົນ, ຫົວພັນ 69 ຄົນ, ສາລະວັນ 62 ຄົນ, ຫຼວງນ້ຳທາ 46 ຄົນ, ອັດຕະປື 35 ຄົນ, ຫຼວງພະບາງ 25 ຄົນ, ຈຳປາສັກ 26 ຄົນ, ຜົ້ງສາລີ 17 ຄົນ, ໄຊສົມບູນ 12 ຄົນ ແລະ ເຊກອງ 9 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 30 ຄົນ ຈາກ ຫົວພັນ 11 ຄົນ, ຈໍາປາສັກ 9 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ, ຊຽງຂວາງ 2 ຄົນ, ຜົ້ງສາລີ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 159,047 ຄົນ, ອອກໂຮງໝໍວານນີ້ 128 ຄົນ, ກຳລັງປິ່ນປົວ 3.309 ຄົນ ແລະ ເສຍຊີວິດທັງໝົດ 652 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກນະຄອນຫຼວງວຽງຈັນ)