ຈີນ ສັ່ງໂຈະການນຳໃຊ້ຍົນໂບອິ້ງ 737 – 800 ຫຼັງເກີດອຸບັດເຫດ

100

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຫຼັງຈາກທີ່ຍົນໂບອິ້ງ 737 – 800 ຂອງສາຍການບິນ CHINA EASTERN ຖ້ຽວບິນ MU 5735 ຂາດການຕິດຕໍ່ກັບພາກພື້ນດິນ ກ່ອນຈະຕົກລົງເທິງພູ ບໍລິເວນນະຄອນອູ໋ໂຈວ ເຂດກວາງຊີ ຫຼັງຈາກທີ່ອອກຈາກສະໜາມບິນໃນນະຄອນຄຸນໝິງຈະມຸ່ງໜ້າສູ່ນະຄອນກວາງໂຈວ ໃນວັນທີ 21 ມີນາຜ່ານມາ ໂດຍຍົນລຳດັ່ງກ່າວມີຜູ້ໂດຍສານ ພ້ອມຈຸບິນລວມ 132 ຄົນ, ຂະນະທີ່ເຈົ້າໜ້າທີ່ກູ້ໄພຄາດວ່າອາດເສຍຊີວິດທັງໝົດ.

ທາງການຈີນ ໄດ້ລະດົມເຈົ້າໜ້າທີ່ 600 ຄົນ ເຂົ້າໄປຍັງຈຸດເກີດເຫດ, ຈົນເຖິງຕອນເຊົ້າຂອງວັນທີ 22 ຍັງບໍ່ມີລາຍງານຈຳນວນຜູ້ເສຍຊີວິດ ລວມທັງສາເຫດຂອງການເກີດອຸບັດເຫດຄັ້ງນີ້ ເຊິ່ງເປັນອຸບັດເຫດທາງຍົນຄັ້ງໃຫຍ່ຂອງຈີນໃນຮອບ 12 ປີ.

ສາຍການບິນ CHINA EASTERN ໄດ້ເປີດສາຍດ່ວນ ເພື່ອໃຫ້ປະຊາຊົນສອບຖາມຂໍ້ມູນຂອງຜູ້ໂດຍສານໃນຍົນລຳດັ່ງກ່າວ ພ້ອມທັງສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການເສຍຊີວິດຂອງຜູ້ໂດຍສານ ແລະ ຈຸບິນ.

ສາຍການບິນ CHINA EASTERN ຍັງອອກຄຳສັ່ງ ຫ້າມນຳໃຊ້ຍົນໂບອິ້ງ 737 – 800 ທີ່ປະຈຳການໃນຝູງບິນຂອງບໍລິສັດທັງໝົດ, ໃນຂະນະທີ່ທາງການຈີນກໍໄດ້ອອກຄຳສັ່ງຢຸດຕິການນຳໃຊ້ຍົນລຸ້ນດັ່ງກ່າວໄວ້ກ່ອນ ເຊິ່ງຄາດວ່າຈະມີປະມານ 1.200 ລຳ ໃນທົ່ວປະເທດ.

ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍທີ່ກະຈາຍໄປທົ່ວໂລກ ເຮັດໃຫ້ຫຸ້ນຂອງບໍລິສັດໂບອິ້ງຫຼຸດລົງ 5% ໃນວັນທີ 21 ມີນາຜ່ານມາ, ຂະນະທີ່ຫຸ້ນຂອງບໍລິສັດຜູ້ຜະລິດຊິ້ນສ່ວນຂອງໂບອິ້ງກໍຫຼຸດລົງໄປຕາມໆກັນ.